ຮອງຜູ້ວ່າການ ດ່າວມິງຕູ໋: ມີໄຫວພິບໃນກົນໄກຄຸ້ມຄອງອັດຕາແລກປ່ຽນເງິນຕາຮັບປະກັນຄວາມສະຖຽນລະພາບ

(VOVWORLD) - ລື່ອງຄຸ້ມຄອງອັດຕາແລກປ່ຽນເງິນຕາໂດຍ ທະນາຄານແຫ່ງລັດ ປະຕິບັດຕາມກົນໄກບໍລິຫານຢ່າງມີໄຫວພິບ; ຮັບປະກັນເປົ້າໝາຍວາງອອກແມ່ນຄວາມສະຖຽນລະພາບ, ມີແຫຼ່ງເງິນຄົບຖ້ວນ; ຄວາມດຸ່ນດ່ຽງ...
ຮອງຜູ້ວ່າການ ດ່າວມິງຕູ໋: ມີໄຫວພິບໃນກົນໄກຄຸ້ມຄອງອັດຕາແລກປ່ຽນເງິນຕາຮັບປະກັນຄວາມສະຖຽນລະພາບ - ảnh 1ທ່ານຮອງຜູ້ວ່າການ ດ່າວມິງຕູ໋ ຕອບຄຳຖາມຂອງນັກຂ່າວ
(ພາບ: Minh Đức/TTXVN)

ຕອນບ່າຍວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ທີ່ການປະຊຸມຂ່າວປະຈຳຂອງລັດຖະບານ, ທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ດ່າວມິງຕູ໋, ຢັ້ງຢືນວ່າ: ທະນາຄານແຫ່ງລັດຍາມໃດກໍ່ຖືວຽກງານຄຸ້ມຄອງອັດຕາແລກປ່ຽນເງິນຕາເປັນສຳຄັນ ແລະ ນີ້ຍັງແມ່ນເນື້ອໃນທີ່ໄດ້ສຸມໃສ່ໃນໄລຍະຈະມາເຖິງ. ເລື່ອງຄຸ້ມຄອງອັດຕາແລກປ່ຽນເງິນຕາໂດຍ ທະນາຄານແຫ່ງລັດ ປະຕິບັດຕາມກົນໄກບໍລິຫານຢ່າງມີໄຫວພິບ; ຮັບປະກັນເປົ້າໝາຍວາງອອກແມ່ນຄວາມສະຖຽນລະພາບ, ມີແຫຼ່ງເງິນຄົບຖ້ວນ; ຄວາມດຸ່ນດ່ຽງ ແລະ ຮັບປະກັນຄວາມຕ້ອງການຖືກຕ້ອງຕາມກົດໝາຍຂອງພື້ນຖານເສດຖະກິດ. ທ່ານຮອງຜູ້ວ່າການ ດ່າວມິງຕູ໋, ໃຫ້ຮູ້ວ່າ:

        “ອັດຕາແລກປ່ຽນເງິນຕາຍັງໄດ້ຮັບການຮັບປະກັນຮັກສາເປັນປົກກະຕິ ແລະ ຍັງຮັບປະກັນວ່າ ຕະຫຼາດເງິນຕາຕ່າງປະເທດປອດໂປ່ງ, ຮັບປະກັນຄວາມດຸ່ນດຽງລວມຂອງເງິນຕາຕ່າງປະເທດ, ຍັງຮັບປະກັນສະພາບຂອງເງິນຕາໃຫ້ແກ່ບັນດາທະນາຄານການຄ້າ ແລະ ພື້ນຖານເສດຖະກິດ, ກໍ່ຄືຕອບສະໜອງຄວາມຕ້ອງການເງິນຕາທີ່ຖືກຕ້ອງຕາມກົດໝາຍ ໃຫ້ແກ່ບັນດາວິສາຫະກິດ ແລະ ບັນດາຄວາມຕ້ອງການສົ່ງອອກ -ນຳເຂົ້າ. ນີ້ແມ່ນໜຶ່ງໃນບັນດາຄວາມສະຖຽນລະພາບໃຫຍ່ເຊິ່ງທະນາຄານແຫ່ງຊາດພວມຮັກສາ”.

ຕອບກັບ

ຂ່າວ/ບົດ​ອື່ນ