ຮອງຜູ້ວ່າການທະນາຄານແຫ່ງລັດຕ້ອນຮັບສະມາຊິກສະພາຜູ້ວ່າການກົມສະສົມສະຫະລັດອາເມລິກາ

ຮອງຜູ້ວ່າການທະນາຄານແຫ່ງລັດຕ້ອນຮັບສະມາຊິກສະພາຜູ້ວ່າການກົມສະສົມສະຫະລັດອາເມລິກາ - ảnh 1
ຮອງຜູ້ວ່າການທະນາຄານແຫ່ງລັດຕ້ອນຮັບສະມາຊິກສະພາຜູ້ວ່າ
ການກົມສະສົມສະຫະລັດອາເມລິກາ
(ພາບ: dangcongsan.vn)

(vovworld) – ​  ວັນ​ທີ 31/3, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ຫງວຽນ​ທິຮົ່ງ, ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ການ​ນຳ​ກົມ​ສະ​ສົມ​ສະຫະລັດ ອາ​ເມ​ລິ​ກາ (FED) ​ໂດຍ​ທ່ານ Jerome Powell, ສະມາຊິກສະພາ​ຜູ້​ວ່າການ​ກົມ​ສະ​ສົມ​ສະຫະລັດ​ ອາ​ເມ​ລິ​ກາ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ ຫງວຽນ​ທິຮົ່ງ ​ໄດ້​ແຈ້ງ​ໃຫ້​ຝ່າຍ ອາ​ເມ​ລິ​ກາ ​ໄດ້​ຮັບຊາບ​ບັນດາ​ໝາກຜົນ​ຂອງ​ການ​ພັດທະນາ​ເສດຖະກິດ, ການຮັບປະກັນ​ເສດຖະກິດ​ມະຫາ​ພາກ, ການປະຕິ​ຮູບ​ພື້ນຖານ​ເສດຖະກິດ, ການ​ສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​ໃໝ່ ​ແລະ ການ​ແກ້ໄຂ​ໜີ້​ເສຍ​ໄລຍະ 2011 – 2015, ກໍ​ຄື​ກຳນົດ​ທິດ​ການ​ບໍລິຫານ​ເສດຖະກິດ, ປະຕິບັດ​ນະ​ໂຍບາຍ​ເງິນ​ຕາ ​ແລະ ສືບ​ຕໍ່​ສ້າງໂຄງ​ປະກອບ​ທະນາຄານຄືນ​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ.

        ທ່ານ Jerome Powell ຕີ​ລາຄາ​ສູງ​ໝາກຜົນ​ກ່ຽວ​ກັບ​ຄວາມ​ໝັ້ນ​ທ່ຽງ ​ແລະ ການ​ພັດທະນາ​ເສດຖະກິດ, ​ກໍ​ຄື​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ ​ຊຶ່ງ ຫວຽດນາມ ບັນລຸ​​ໄດ້​ໃນ​ຊຸມ​ປີຜ່ານມາ, ພ້ອມ​ທັງ​ເນັ້ນ​ໜັກ​​ເຖິງຄວາມ​ເອົາ​ໃຈ​ໃສ່​ຂອງ FED ສຳລັບ​ບັນດາ​ການ​ຜັນ​ແປດ້ານ​ເສດຖະກິດ, ການ​ເງິນ​ຂອງ ຫວຽດນາມ, ປາດ​ຖະໜາ​ຢາກ​ມີ​ຫຼາຍ​ກາລະ​ໂອກາດ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ບໍລິຫານ​ມະຫາ​ພາກ​ລະຫວ່າງ 2 ຝ່າຍ. ທ່ານ Jerome Powell, ກໍ​ຖື​ວ່າ​: ຫວຽດນາມ ​ໄດ້​ບັນ​ລຸ​ຜົນສຳ​ເລັດ​ໃນ​ການ​ນຳ​ໃຊ້​ມາດ​ຕະການ​ແກ້​ໄຂ​ໜີ້​ເສຍ ​ໂດຍ​ອີງ​ໃສ່​ບັນດາ​ມາດ​ຕະການ​ຢ່າງຂ້ຽວ​ຂາດ​ຂອງ​ລັດຖະບານ ​ຫວຽດນາມ ​ແລະ ທະນາຄານ​ແຫ່ງ​ລັດ.

 


ຂ່າວ/ບົດ​ອື່ນ