ຮອງລັດຖະມົນຕີກະຊວງການປ້ອງກັນປະເທດຫວຽດນາມ ຢ້ຽມຢາມ ກູບາ

ຮອງລັດຖະມົນຕີກະຊວງການປ້ອງກັນປະເທດຫວຽດນາມ ຢ້ຽມຢາມ ກູບາ - ảnh 1
(ພາບປະກອບ)

(vovworld) - ແຕ່ວັນ​ທີ 12 ເຖິງ​ວັນ​ທີ 18/12/2016, ຄະ​ນະ​ຜູ້​ແທນ​ກະ​ຊວງ​ການ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂດຍ ທ່ານ ເບ໋​ຊວນ​ເຈື່ອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ນຳ​ໜ້າ ໄດ້​​ໄປຢ້ຽມ​ຢາມ ກູ​ບາ ຢ່າງ​ເປັນ​ທາງ​ການ ແລະ ເຮັດວຽກ​ກັບການ​ນຳກະ​ຊວງ​ບັນ​ດາກຳ​ລັງປະ​ກອບ​ອາ​ວຸດການ​ປະ​ຕິ​ວັດ​ກູ​ບາ, ໂດຍ ທ່ານ Leopoldo Cintra ລັດ​ຖ​ະ​ມົ​ນ​ຕີ​ກູ​ບາ ເປັນ ປະ​ທານ.  ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ນຳ​ກັນ ເພີ່ມ​ທະ​ວີ, ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສອງ​ກະ​ຊວງ, ສອງ​ກອງ​ທັບ. ປຶກ​ສາ​ຫາ​ລື​ກ່ຽວກັບ​ບັນ​ດາ​ມາດ​ຕະ​ການແກ້​ໄ​ຂ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສຸມ​ໃສ່​ເຂົ້າ​ຂົງ​ເຂດ​ຮັບ​ປະ​ກັນເຕັກ​ນິກ​ໃຫ້​ກອງ​ທັບ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດເຕັກ​ນິກ​ດ້ານການ​ທະ​ຫານ, ຮັບ​ປະ​ກັນ​ໜ້າ​ທີ່​ກໍ່ສ້າງ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

 

 

 

 

 

ຂ່າວ/ບົດ​ອື່ນ