ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຮອງຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ-ການທະຫານມຽນມາ

(VOVWORLD) -ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບພົນຈັດຕະວາ Than Htut Thein, ຮອງຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ - ການທະຫານມຽນມາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຮອງຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ-ການທະຫານມຽນມາ - ảnh 1 ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບ

ຮອງຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ-ການທະຫານມຽນມາ

(ພາບ: qdnd.vn)

ທີ່ການຕ້ອນຮັບ, ພົນໂທ ຫງວຽນຈິ໋ວິ້ງ ແລະ ພົນຈັດຕະວາ Than Htut Thein ເຫັນດີນຳກັນໂດຍຖືວ່າ, ເພື່ອປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດເຊິ່ງ 2 ຝ່າຍໄດ້ລົງນາມເມື່ອປີ 2011, 2 ຝ່າຍຄວນສຸມໃສ່ຜັນຂະຫຍາຍຫຼາຍເນື້ອໃນຄື: ສ້າງຕັ້ງກົນໄກເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ; ເສນາຮັກ… ໃນໄລຍະຈະມາເຖິງ, 2 ຝ່າຍຄວນຕັ້ງໜ້າແລກປ່ຽນທາບທາມຄວາມເຫັນ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+).

ຕອບກັບ

ຂ່າວ/ບົດ​ອື່ນ