ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ອິດສະລາແອນ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ອິດສະລາແອນ - ảnh 1
ທ່ານ Reuvlin Rivlin ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ລາ​ແອນ
 ໄດ້ຕ້ອນ​ຮັບ ພົນ​ໂທ ຫງວຽນ​ຈີ໋​ວີ້ງ
(ພາບ: vietnam+)

(vovworld) - ວັນ​ທີ 7/2, ຢູ່ Jerusalem, ທ່ານ Reuvlin Rivlin ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ລາ​ແອນ ໄດ້ຕ້ອນ​ຮັບ ພົນ​ໂທ ຫງວຽນ​ຈີ໋​ວີ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ນຳ​ໜ້າ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງ​ປ້ອງ​ກັນ​​ປະ​ເທດຫວຽດ​ນາມ ​ພວມ​ມີການ​ຢ້ຽມ​ຢາມ ອິດ​ສະ​ລາ​ແອນ ແຕ່​ວັນ​ທີ 6-9/2 ຕ່າມ​ຄຳ​ເຊີນ ຂອງ ທ່ານ Udi Adam ຫົວ​ໜ້າ​ກົມ​ໃຫຍ່​ປ​້ອງ​ກັນ​ປະ​ເທດອິດ​ສະ​ລາ​ແອນ. ທ່ານ Reuvlin Rivlin ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ລາ​ແອນ ຖືວ່າ ການ​ຢ້ຽມ​ຢາມ​ແມ່ນ​ປະ​ກົດ​ການທີ່​ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ນັບ​ມື້​​ທີ່ນັບ​ພັດ​ທະ​ນາ​ລະ​ຫວ່າງ​ສອງ​ປະ​ເທດ​, ໃນ​ນັ້ນ​ມີ​ຂົງ​ເຂດ​ປ້ອງ​ກັນ​ຊາດ. ທ່ານ Reuvlin Rivlin ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ລາ​ແອນ ຢືນ​ຢັນ​​ເຖິງ ການ​ສະ​ໜັບ​ສະ​ໜູນ ຂອງ​​ທ່ານ​ເອງ ກໍ່​ຄື ຂອງ ລັດ, ລັດ​ຖະ​ບານ ອິດ​ສະ​ລາ​ແອນ ໃນ​ເລື່ອງ​ຊຸກ​ຍູ້​ການ​ພົວ​ພັນ​ປ້ອງ​ກັນ​ຊາດ​ກັບ​ຫວຽດ​ນາມ.

        ສ່ວນ ທ່ານ ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ໋​ວີ້ງ ​ຢືນ​ຢັນ​ວ່າ ໃນ​ນະ​ໂຍບາຍ ຫັນເປັນຫລາຍ ຝ່າຍຫຼາຍຮູບຫຼາຍແບບຂອງ​ຕົນ, ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ການພັດ​ທະ​ນາ​ການ​ພົວ​ພັນ​​ມີດ​ຕະພາບ, ການຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດຕາ​ເວັນ​ອອກ​ກາງ,ໃນ​ນັ້ນ​ມີ ອິດ​ສະ​ລາ​ແອນ. ທ່ານ ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ໋​ວີ໋ງ ປາດ​ຖະ​ໜາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖີງ, ທ່ານ ປະ​ທາ​ນາ​ທິ​ບໍ​ດີ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເພື່ອ​ໃຫ້​ສອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ສ້າງ​ການ​ພົວ​ພັນ​ຮ່ວມ​ມືທີ່​ເໝາະ​ສົມ​ກັບ​ການ​ພົວ​ພັນ​​ທີ່​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ​ຂອງ​ສອງ​ປະ​ເທດ.

        ​ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 7/2, ທີ່ ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິດ​ສະ​ລາ​ແອນ, ທ່ານ ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ໋​ວີ້ງ ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ ທ່ານ Udi Adam ຫົວ​ໜ້າ​ກົມ​ໃຫຍ່ປ້ອງ​ກັນ​ປະ​ເທດອິດ​ສະ​ລາ​ແອນ. ​​ພາຍຫຼັງ​ພົບ​ປະ​ເຈ​ລະ​ຈາ, ສອງ​ຝ່າຍ​ໄດ້​ລົງ​ນາມ​ບົດ​ບັນ​ທຶກ​ເຮັດ​ວຽກກ່ຽວ​ກັບ​ການ​ຢ້ຽມ​ຢາມ ແລະ ບົດ​ບັນ​​ທຶກ​ການກໍ່​ສ້າງ​ກົນ​ໄກ​ທາບ​ທາມ​ກຸ່ມ​ເຮັດ​ວຽກ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ.

        ໃນ​ລາຍ​ການ​ຢ້ຽມ​ຢາມ, ເຮັດ​ວຽ​ກ​ຢູ່ ອິດ​ສະ​ລາ​ແອນ, ທ່ານ ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ໋​ວີ້ງ ເຂົ້າ​ຢ້ຽມ​ຄຳ​ນັບ ທ່ານ Avigdor Liberman ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິດ​ສະ​ລາ​ແອນ; ພົບ​ປະ​ກັບ​ທ່ານ Jacop Nagel ທີ່​ປຶກ​ສາ​ຄວາມ​ສະ​ຫງົບ​ປອດ​ໄພ ແລະ ຢ້ຽມ​ຢາມຫົວ​ໜ່ວຍ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ປະ​ເທດ​ອິດ​ສະ​ລາ​ແອນຈຳ​ນວນ​ໜື່ງ.

ຕອບກັບ

ຂ່າວ/ບົດ​ອື່ນ