ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບ ຜູ້ວ່າການເຂດ Wallonie Brusell

ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບ ຜູ້ວ່າການເຂດ Wallonie Brusell - ảnh 1

ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ຫວຽດນາມ ຕ້ອນຮັບ ຜູ້​ວ່າ​ການເຂດ Wallonie Brusell
(ພາບ: Minh Châu/TG&VN)

(vovworld) – ທີ່​ກາ​ນຕ້ອນຮັບ​ຜູ້​ວ່າການເຂດ Wallonie Brusell ປະ​ເທດ​ແບນ​ຊິກ ທ່ານ Rudy Demotte, ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເມື່ອ​ວັນ​ທີ 8/4, ທ່ານ​ຮອງ​ລັດຖະມົນຕີການ​ຕ່າງປະ​ເທດ ຫວຽດນາມ ​ໂຮ່ຊວນ​ເຊີນ ຕີ​ລາຄາ​ສູງ​ເລື່ອງ​ອຳນາດ​ການ​ປົກຄອງ​ເຂດ Wallonie Brusell ປະ​ເທດ​ແບນ​ຊິກ ​ໄດ້​​ໃຫ້ບຸລິມະສິດ​ຊຸກ​ຍູ້​ການ​ພົວພັນ​ກັບ ຫວຽດນາມ ​ແລະ ຢັ້ງຢືນວ່າ ຫວຽດນາມ ຖື​ການ​ພົວພັນ​ຮ່ວມ​ມື​ກັບເຂດ Wallonie Brusell ​​ເວົ້າ​ສະ​ເພາະ ​ແລະ ​ການ​ພົວພັນ ຫວຽດນາມ - ​ແບນ​ຊິກ ​ເວົ້າ​ລວມ​ເປັນ​ສຳຄັນ. 2 ຝ່າຍ​ຕີ​ລາ​ຄາ​ວ່າການ​ພົວພັນ ຫວຽດນາມ - ເຂດ Wallonie Brusell ພວມ​ພັດທະນາ​ຢ່າງ​ດີງາມ​ຜ່ານ​ການ​ພົບ​ປະ, ​ແລກປ່ຽນ​ຄະນະ​ເປັນ​ປະຈຳ, ພິ​ເສດ​ແມ່ນຜົນງານ​ທີ່​ບັນລຸ​ໄດ້​ຂອງ​ບັນດາ​ໂຄງການ​ຮ່ວມ​ມື​ໄລຍະ 2010 – 2012, ຊົມ​ເຊີຍ​ການ​ຮັບຮອງ​ເອົາ​ໂຄງການ​ຮ່ວມ​ມື​ໄລຍະ 2013 – 2015, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ໃຫ້​ບຸລິ​ມະ​ສິດ​ແມ່ນ​ການ​ສຶກສາ, ບຳລຸງ​ສ້າງ​ຂັ້ນ​ມະຫາວິທະຍາ​ໄລ, ວັດທະ​ນະ​ທຳ​ຫຼາຍ​ຮູບ​ຫຼາຍ​ແບບ, ຮ່ວມ​ມື​ພາສາ​ຝຣັ່ງ, ບຳລຸງ​ສ້າງ​ດ້ານ​ເຕັກນິກ ​ແລະ ສອນ​ວິຊາ​ຊີບ, ​ເຫັນ​ດີ​ເປັນ​​ເອກະ​ພາບ​ມຸ້ງ​ໄປ​ເຖິງ​ການ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກ້າວ​ເຂົ້າ​ສູ່​ບັນດາ​ຂົງ​ເຂດ​ທີ່​ທັງ 2 ຝ່າຍ​ມີ​ທ່າ​ແຮງ ​ແລະ ມີ​ຄວາມ​ຕ້ອງການ​ຄື: ​ເສ​ດຖະກິດ, ຄົມມະນາຄົມ​ຂົນ​ສົ່ງ, ການບິນ​ອາ​ວະ​ກາດ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ.​.​.​, ​ແລກປ່ຽນ​ບົດຮຽນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ແລະ ເຂດ Wallonie Brusell ​ໃນ​ການ​ພັດທະນາ​ເສດຖະກິດ, ຄຸ້ມ​ຄອງ​ຜືນ​ແຜ່ນ​ດິນ.

        ​ໃນ​ຊຸມ​ມື້​ຕໍ່​ໄປ​ຂອງ​ການ​ຢ​້ຽມຢາມ ຫວຽດນາມ, ທ່ານ​ນາຍົກ Rudy Demotte ຈະ​ມີ​ການ​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ, ຢ້ຽມຢາມ ນະຄອນ ດ່າ​ໜັງ ​ແລະ ​ໂຮ່ຈີ​ມິນ.

 

ຂ່າວ/ບົດ​ອື່ນ