ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ຢ້ຽມຢາມ ຫວຽດນາມ

(VOVWORLD) -ທ່ານນາງ Wendy Sherman ກໍ່ຈະປະກາດບ້ວງເງິນໜູນຊ່ວຍເພີ່ມເຕີມຂອງ ອາເມລິກາ ສຳລັບບັນດາການເຄື່ອນໄຫວມ້າງທຳລາຍວັດຖຸລະເບີດບໍ່ທັນແຕກຫຼັງສົງຄາມ
ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ຢ້ຽມຢາມ ຫວຽດນາມ - ảnh 1(ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman)

ໃນລະຫວ່າງວັນທີ 05 – 14 ມິຖຸນາ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ຈະໄປຢ້ຽມຢາມ 4 ປະເທດ ອາຊີ, ໃນນັ້ນມີ ຫວຽດນາມ. ປະເທດທຳອິດທີ່ທ່ານນາງ Wendy Sherman ໄປຢ້ຽມຢາມໃນການໄປປະຕິບັດງານຂອງຕົນແມ່ນ ສ.ເກົາຫຼີ, ຖັດຈາກນັ້ນແມ່ນ ຟີລິບປິນ, ລາວ ແລະ  ຫວຽດນາມ.

        ຕາມກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ໃນໄລຍະຢູ່ຢ້ຽມຢາມ ຮ່າໂນ້ຍ, ທ່ານນາງ Wendy Sherman ຈະພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງຂອງ ຫວຽດນາມ ລວມມີ: ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອກ ເພື່ອແນໃສ່ເນັ້ນໜັກເຖິງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ກໍຄືການສະໜັບສະໜູນຂອງ ອາເມລິກາ ທີ່ມີຕໍ່ ຫວຽດນາມ ເຂັ້ມແຂງ, ວັດທະນາຖາວອນ ແລະ ເອກະລາດ. ທ່ານນາງ Wendy Sherman ກໍ່ຈະປະກາດບ້ວງເງິນໜູນຊ່ວຍເພີ່ມເຕີມຂອງ ອາເມລິກາ ສຳລັບບັນດາການເຄື່ອນໄຫວມ້າງທຳລາຍວັດຖຸລະເບີດບໍ່ທັນແຕກຫຼັງສົງຄາມ; ປຶກສາຫາລືກັບບັນດາຜູ້ຕາງໜ້າຂົງເຂດພາກເອກະຊົນຢູ່ ຫວຽດນາມ ກ່ຽວກັບຄວາມສາມາດຟື້ນຟູຂອງລະບົບສະໜອງ…

ຕອບກັບ

ຂ່າວ/ບົດ​ອື່ນ