ຮອງລັດຖະມົນຕີການຕ່າງປະເທດ ແລະ ສາສະຫນາ Costa Rica ຢ້ຽມຢາມ ຫວຽດນາມ

(vovword) -  ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ທ່ານ Carlos Roverssi ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ສາສະຫນາ Costa Rica ມາ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 1 - 7/7 ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ຫວຽດນາມ ອາ​ເມ​ລິ​ກາ​ລາຕີ​ນ ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ. ຕອນ​ເຊົ້າ​ວັນ​ທີ 4/7, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ຮອງ​ລັດຖະມົນຕີ Carlos Roverssi ​ໄດ້​ພ້ອມ​ກັບ​ທ່ານ​ນາງ Nguyen Phuong Nga ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ດຳ​ເນີນ​ວາລະ​ທາ​ບທາມບັນຫາ​ການ​ເມືອງຄັ້ງ​ທຳ​ອິດ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ. ທ່ານ​ນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ Nguyen Phuong Nga ​ໄດ້​ຢືນຢັນ​ວ່າ: ຫວຽດນາມ ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ອັນດີງາມ​ກັບ Costa Rica ​ໃນ​ຫລາຍ​ຂົງ​ເຂດ​ເຊັ່ນ: ການ​ເມືອງ, ການ​ທູດ, ​ເສດຖະກິດ, ການ​ຄ້າ, ພະລັງງານ, ນ້ຳ​ມັນ, ​ໂທລະ​ຄົມມະນາຄົມ, ກະສິກຳ ​ແລະ​ສະ​ເຫ​ນີ​ໃຫ້​ສອງ​ຝ່າຍ​ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ພົບ​ປະ​ແລກປ່ຽນ​ລະຫວ່າງວິ​ສາ​ຫະກິດ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ທ່ານ​ຮອງ​ລັດຖະມົນຕີ Carlos Roverssi ​ ຊົມ​ເຊີຍ​ບັນດາ​ຜົນງານ​ທີ່ ຫວຽດນາມ​ບັນລຸ​ໄດ້​ໃນ​ກິດຈະການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ​ແລະ ​ເຫັນ​ດີ ​ໃຫ້ສອງ​ຝ່າຍ​ຕັ້ງຫນ້າ​ຊອກ​ຫາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ