ຮອງລັດຖະມົນຕີການຕ່າງປະເທດບູ່ຍແທງເຊີນເປັນປະທານຮ່ວມທາບທາມຄຳເຫັນການເມືອງຢູ່ແອດສະປາຍ

ຮອງລັດຖະມົນຕີການຕ່າງປະເທດບູ່ຍແທງເຊີນເປັນປະທານຮ່ວມທາບທາມຄຳເຫັນການເມືອງຢູ່ແອດສະປາຍ - ảnh 1
ທ່ານ ບູ່​ຍ​ແທງ​ເຊີນ  ​ແລະ  ທ່ານ Ybanez Ignacio Rubia
(ພາບອິນເຕີແນດ)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນຂອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື ​ແອດ​ສະ​ປາຍ, ​ໃນ​ລະຫວ່າງວັນ​ທີ 16 – 18/9 ຢູ່ Madrid, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ບູ່​ຍ​ແທງ​ເຊີນ ພ້ອມ​ກັບ​ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື ​ແອດ​ສະ​ປາຍ ທ່ານ Ybanez Ignacio Rubia ​ເປັນ​ປະທານ​ຮ່ວມ​ທາ​ບທາມ​ຄຳ​ເຫັນ​ການ​ເມືອງ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ - ​ແອດ​ສະ​ປາຍ. ​ໃນ​ໄລຍະ​ຢູ່ຢ້ຽ​ມຢາມ ​ແອດ​ສະ​ປາຍ, ທ່ານ ບູ່​ຍ​ແທງ​ເຊີນ ​ໄດ້​ພົບ​ປະ​ທ່ານ​ລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ​ແກ່ງ​ແຍ້​ງ ​ແອດ​ສະ​ປາຍ.

        ທີ່​ການ​ທາ​ບທາມ​ຄຳ​ເຫັນ, ຝ່າຍ ​ແອດ​ສະ​ປາຍ ຢືນຢັນ​ວ່າ: ຫວຽດນາມ ​ແມ່ນໜຶ່ງ​ໃນ​ສາມ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ຂອງ ​ແອດ​ສະ​ປາຍ ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ປາດ​ຖະໜາ​ຢາກ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ບູ່​ຍ​ແທງ​ເຊີນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ, ມີ​ປະສິດທິ​ຜົນ, ​ແທດ​ຈິງ​ກັບ ​ແອດ​ສະ​ປາຍ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເຮັດ​ໃຫ້​ບັນດາ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ແອດ​ສະ​ປາຍ ​ເລິກ​ເຊິ່ງກ່ວາ​ອີກ. ກ່ຽວ​ກັບ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ, 2 ຝ່າຍ​ຢືນ​ຢັນ​ວ່າ: ສືບ​ຕໍ່​ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ຂະໜາດ​ໜ້ອຍ ​ເພີ່ມ​ທະວີ​ການ​ພົບ​ປະ, ​ແລກປ່ຽນ​ບົດຮຽນ ​ແລະ ​ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື, ນັບ​ທັງ​ຕາມ​ຮູບການ​ຄູ່​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ (PPP), ບຸລິມະສິດ​ໃຫ້​ແກ່ການ​ຮ່ວມ​ມື​ໃນ​ບາງ​ຂົງ​ເຂດ ຊຶ່ງ ຫວຽດນາມ ມີ​ຄວາມ​ຕ້ອງການ ​ແລະ ​ແອດ​ສະ​ປາຍ ມີ​ທ່າ​ແຮງ. 2 ຝ່າຍ​ຢືນຢັນ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ​ໃນ​ພາກ​ພື້ນ ​ແລະ ສາກົນ.

        ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຝ່າຍ ​ແອດ​ສະ​ປາຍ ​ແບ່ງປັນ​ທັດສະນະ ​ແລະ ສະໜັບສະໜູນ​ວິທີ​ສຳ​ພັດ​ຂອງ ຫວຽດນາມ ​ເພື່ອ​ແກ້​ໄຂ​ບັນດາ​ຄວາມຂັດ​ແຍ້​ງກັນດ້ວຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ຫຼື ​ນາບຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ​ເຄົາລົບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982, ຮັບປະກັນ​ຄວາມ​ສະຫງົບ, ​ປອດ​ໄພ, ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ທາງ​ອາກາດ, ປະຕິບັດ​​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)ຢ່າງ​ຄົບ​ຖ້ວນ, ກ້າວ​ໄປ​ເຖິງການ​ສ້າງປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ