ຮອງລັດຖະມົນຕີການຕ່າງປະເທດລັດເຊຍ Antonov ໄດ້ຮັບບົ່ງຕົວເປັນເອກອັກຄະລັດຖະທູດລັດເຊຍປະຈຳອາເມລິກາຄົນໃໝ່

(VOVWORLD) -ວັນທີ 21 ສິງຫາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ບົ່ງຕົວທ່ານຮອງລັດຖະມົນຕີການຕ່າງປະເທດ Anatoly Ivanovich Antonov ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຂອງປະເທດນີ້ປະຈຳອາເມລິກາ

ຮອງລັດຖະມົນຕີການຕ່າງປະເທດລັດເຊຍ Antonov ໄດ້ຮັບບົ່ງຕົວເປັນເອກອັກຄະລັດຖະທູດລັດເຊຍປະຈຳອາເມລິກາຄົນໃໝ່ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດ Anatoly Ivanovich Antonov

(ພາບ: Sputnik)

ແທນໃຫ້ແທ່ນ Sergei Kislyak ທີ່ໄດ້ສິ້ນສຸດການປະຕິບັດປະຕິບັດໜ້າທີ່ການທູດ. ທ່ານ Antonov, ອາຍຸ 62 ປີ, ດຳລົງຕຳແໜ່ງຮອງລັດຖະມົນຕີການຕ່າງປະເທດລັດເຊຍ ນັບແຕ່ເດືອນທັນວາ 2016. ກ່ອນໜ້ານັ້ນ, ທ່ານເຄີຍດຳລົງຕຳແໜ່ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ທ່ານເປັນຄົນທີ່ມີທັດສະນະແຂງກະດາງ, ທັງເປັນນັກເຈລະຈາບໍ່ເຄີຍຜ່ອນສັ້ນຜ່ອນຍາວໃນຫຼາຍບັນຫາ, ໃນນັ້ນພົ້ນເດັ່ນແມ່ນບັນຫາຄວບຄຸມອາວຸດກັບອາເມລິກາ.

        ແລະກໍ່ໃນວັນດຽວກັນ, ສະຖານທູດອາເມລິກາ ປະຈຳມົດສະກູ ໃຫ້ຮູ້ວ່າ, ໄດ້ເລີ່ມປະຕິບັດວຽກງານຖອນບັນດາພາລະກອນການທູດ ຕາມຄຳຮຽກຮ້ອງຂອງຝ່າຍລັດເຊຍ ນັບແຕ່ນີ້ຮອດວັນທີ 01 ກັນຍາ, ຕ້ອງຫຼຸດຈາກ 755 ຄົນລົງເຫຼືອພຽງ 455 ຄົນ, ທຽບເທົ່າກັບຈຳນວນພາລະກອນທູດຂອງລັດເຊຍ ປະຈຳອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ