ຮອງລັດຖະມົນຕີຫງວຽນຈິ໋ວິ້ງພົບປະ 2 ຝ່າຍຢູ່ນອກຮອບ ADMM ທີ່ສິງກະໂປ

(VOVWORLD) - ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ, ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM Retreat) ຢູ່ສິງກະໂປ ໃນລະຫວ່າງວັນທີ 05 – 06 ກຸມພາ.

ຮອງລັດຖະມົນຕີຫງວຽນຈິ໋ວິ້ງພົບປະ 2 ຝ່າຍຢູ່ນອກຮອບ ADMM ທີ່ສິງກະໂປ - ảnh 1ພົນໂທ ຫງວຽນຈິ໋ວິ້ງ ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ Ng Eng Heng

(ພາບ: TTXVN)

ໃນຂອບເຂດ ADMM, ຕອນບ່າຍວັນທີ 05 ກຸມພາ, ພົນໂທ ຫງວຽນຈິ໋ວິ້ງ ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ Ng Eng Heng ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຈາງວານແຈ໋ວງ.

        ກ່າວຄຳເຫັນທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ Ng Eng Heng, ພົນໂທ ຫງວຽນຈິ໋ວິ້ງ ຢືນຢັນວ່າ, ຫວຽດນາມ ຈະຕັ້ງໜ້າສະໜັບສະໜູນສິງກະໂປ ຈັດຕັ້ງບັນດາກອງປະຊຸມດ້ານການທະຫານ - ປ້ອງກັນຊາດໃນປີ 2018 ໃຫ້ບັນລຸຜົນສຳເລັດ ເພື່ອຜົນປະໂຫຍດລວມຂອງອາຊຽນ.

        ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ, ພົນໂທ ຫງວຽນຈິ໋ວິ້ງ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບເລື່ອງກະຊວງປ້ອງກັນປະເທດຫວຽດນາມ ພວມກະກຽມເພື່ອຈັດຕັ້ງງານພົບປະມິດຕະພາບປ້ອງກັນເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 5. ງານພົບປະແລກປ່ຽນໃນປີ 2018, ຈະຖືກຈັດຕັ້ງຂຶ້ນຢູ່ກາວບັ່ງ, ເຊິ່ງແມ່ນບ່ອນທີ່ປະທານໂຮ່ຈິມິນ ກັບມາຈາກຈີນ ເພື່ອຊີ້ນຳການປະຕິວັດຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ