ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບກຳປູເຈຍຢ້ຽມຢາມຫວຽດນາມ

ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບກຳປູເຈຍຢ້ຽມຢາມຫວຽດນາມ - ảnh 1
ພົນ​ໂທ​ໂດ໋ບາ​ຕີ້ຕ້ອນຮັບພົນ​ເອກ Mom Som
ພາບ:qdnd.vn


(vovworld)- ຕອນ​ບ່າຍ​ວັນ​ທີ 11/6, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ໂທ​ໂດ໋ບາ​ຕີ້, ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ​ກອງ​ທັບ​ປະຊາຊົນ​ຫວຽດນາມ​ໄດ້​​ຕ້ອນຮັບ    ພົນ​ເອກ Mom Som,​ ຮອງ​ຫົວຫນ້າ​ກົມ​ໃຫຍ່​​ເສນາ​ທິການ ທັງ​ເປັນ​ຫົວຫນ້າ​ຫ້ອງການ​ກອງ​ບັນຊາ​ການ​ໃຫຍ່ກອງທັບ​ກຳ​ປູ​ເຈຍ ທີ່ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.​ທີ່​ການ​ຕ້ອນຮັບ, ພົນ​ໂທ ​ໂດ໋ບາ​ຕີ້ ຢືນຢັນ​ວ່າ: ລັດຖະບານ, ກອງທັບ ​ແລະ ປະຊາຊົນ ຫວຽດນາມ ຖື​ກາ​ນພັດທະນາ​ການ​ພົວພັນ​ສາມັກຄີ​ກັບ​ລັດຖະບານ, ກອງທັບ ​ແລະ ປະຊາຊົນ​ກຳປູ​ເຈຍ ​ເປັນ​ສຳຄັນ. ​ພົນ​ໂທ ​ໂດ໋ບາ​ຕີ້ ສະ​ເຫ​ນີຫ້ອງການ​ກອງບັນຊາ​ການ​ໃຫຍ່​ສອງ​ປະ​ເທດ​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຍົກ​ສູງ​ສະຕິຄວາມຮັບ​ຮູ້ຂອງ​ພະນັກງານ, ນັກຮົບ​ກອງທັບ​ສອງ​ປະ​ເທດ​ກ່ຽວ​ກັບ​ຄວາມ​ໝາຍ, ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ພົວພັນ“ບ້ານ​ໃກ້​ເຮືອນ​ຄຽງອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ” ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ. ສ່ວນພົນ​ໂທ Mom Som ສະ​ແດງຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ມິດຕະພາບທີ່​​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ກຳ​ປູ​ເຈຍ ​ແລະ ຫວຽດນາມ ​ເວົ້າ​ລວມ, ກອງທັບ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ​ຈະ​ນັບ​ມື້​ນັບ​ພັດທະນາ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

 

 

 

ຂ່າວ/ບົດ​ອື່ນ