ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງຢ້ຽມຢາມແລະເຮັດວຽກຢູ່ອິນເດຍ

ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງຢ້ຽມຢາມແລະເຮັດວຽກຢູ່ອິນເດຍ - ảnh 1
ທ່ານ ຟ້າມ​ວັນ​ລີງ ເຮັດ​ວຽກ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ນີວ​ເດ​ລີ
(ພາບ: Đăng Chính/Vietnam+)

(vovworld) – ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ອິນ​ເດຍ, ວັນ​ທີ 21/11, ຄະ​ນະ​ຜູ້​ແທນ​ລະ​ຫວ່າງ​ຂະ​ແໜງ​ບັນ​ດາ​ອົງ​ການ​ຮັບ​ຜິດ​ຊອບ​​ດ້ານ​ຖະ​ແຫຼງ​ຂ່າວ​ໃຫ​້ຕ່າງ​ປະ​ເທດ ຫວຽດ​ນາມ, ໂດ​ຍ​ທ່ານ ຟ້າມ​ວັນ​ລີງ, ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ ນຳ​ໜ້າ, ເຮັດ​ວຽກ​ກັບ​ການນ​ຳ​ສຳ​ນັກ​ຂ່າ​ວ​ສານ PTI ຂອງ ອິນ​ເດຍ (Press Trust of India). ທີ່​ກາ​ນ​ເຮັດ​ວຽກ, ທ່ານ ຟ້າມ​ວັນ​ລີງ ຫວັງ​ວ​່າ: PTI ເປີດ​ກ້​ວາງ​ການ​ຮ່ວມ​ມື​ກັບຂະ​ແໜງ​ສື່​ສານ ຫວຽດ​ນາມ ​ແລະ ສະ​ເໜີ PTI ຈະ​ພິ​ຈາ​ລະ​ນາ​ແຜ​ນ​ການ​ສ້າງ​ຕັ້ງ​ຫ້ອງ​ການ​ຕາງ​ໜ້າ​ປະ​ຈຳ ຫວຽດ​ນາມ ເພື່ອ​ເພີ່ມ​ທະ​​ຈຳ​ນວນ​ຂ່າວ​ກ່ຽວ​ກັບ ຫວຽດ​ນາມ ​ສົມ​ກັບ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ. ໃນ​ບັນ​ດາ​ບັນ​ຫາ​ຄື​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເ​ວັນ​ອອກ, ທ່ານ ຟ້າມ​ວັນ​ລີງ ຫວັງ​ວ່າ​ທ່ານ PTI ສະ​ແດງ​ສຽງ​ເວົ້າ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຕ້ອງ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.



ຂ່າວ/ບົດ​ອື່ນ