ຮອດ 6 ໂມງ​ເຂົ້າ​ວັນ​ທີ 8 ກັນ​ຍາ​ ​ຫວຽດ​ນາມ ບໍ່​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ລາຍໃໝ່​

(VOVWORLD) -ຕອນເຊົ້າວັນທີ 8 ກັນຍາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ ແລະ ຍອດຈຳນວນຜູ້ຕິດເຊື້ອພະຍາດ ຍັງຄົງແມ່ນ 1048 ຄົນ ໃນນັ້ນມີຜູ້ເສຍຊີວິດ 35 ຄົນ. 

ຮອດ 6 ໂມງ​ເຂົ້າ​ວັນ​ທີ 8 ກັນ​ຍາ​ ​ຫວຽດ​ນາມ ບໍ່​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ລາຍໃໝ່​ - ảnh 16 ມື້ລຽນຕິດ ທີ່ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ

(ພາບ: ກະຊວງສາທາລະນະສຸກ ຫວຽດນາມ) 

ດັ່ງນັ້ນເປັນເວລາ 6 ມື້ຢ່າງລຽນຕິດແລ້ວ ທີ່ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ໃນຊຸມຊົນ. ແລະກໍ່ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມມີຜູ້ຕິດເຊື້ອພະຍາດ 39 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຂຶ້ນເຖິງ 854 ຄົນ.

        ສ່ວນຢູ່ໃນໂລກຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 8 ກັນຍາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ເກືອບ 27,48 ລ້ານຄົນ, ໃນນັ້ນມີ 896.397 ຄົນເສຍຊີວິດ. ອາເມລິກາ ຍັງຄົງແມ່ນປະເທດຖືກຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 6,485 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ 193.534 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ