ຮອດ 6 ໂມງ​ເຊົ້​າ​ວັນ​ທີ 17 ກັນ​ຍາ ແມ່ນ 15 ​ແລ້ວທີ່ຫວຽດ​ນາມ​ບໍ່​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ

(VOVWORLD) -ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 16 ກັນຍາ ຫາ ເວລາ 6 ໂມງຂອງວັນທີ 17 ກັນຍາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່.
ຮອດ 6 ໂມງ​ເຊົ້​າ​ວັນ​ທີ 17 ກັນ​ຍາ ແມ່ນ 15 ​ແລ້ວທີ່ຫວຽດ​ນາມ​ບໍ່​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ - ảnh 1ພາບປະກອບ: tuoitre.vn 

ດັ່ງນັ້ນ, 15ມື້ຢ່າງລຽນຕິດແລ້ວທີ່ ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ. ປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດແມ່ນ 1062 ຄົນໃນນັ້ນມີ 931 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດ 35 ຄົນ.

        ໃນເຫດການທີ່ກ່ຽວຂ້ອງ, ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 17 ກັນຍາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີ ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼ່າຍກ່ວາ 30 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ 944.637 ຄົນ. ອາເມລິກາສືບຕໍ່ແມ່ນປະເທດໄດ້ຮັບຜົນກະທົບຫຼາຍກ່ວາໝູ່.

        ເມື່ອພິຈາລະນາຕາມພາກພື້ນແລ້ວ, ອາຊີແມ່ນພາກພື້ນທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ເກືອບ 9 ລ້ານຄົນ ແລະ ຜູ້ເສຍຊີວິດແມ່ນ 169.887 ຄົນ. ຖັດຈາກນັ້ນແມ່ນ ພາກພື້ຮອາເມລິກາເໜືອ ແລະ ອາເມລິກາໃຕ້…

ຕອບກັບ

ຂ່າວ/ບົດ​ອື່ນ