ຮອດປີ 2018, ຫວຽດນາມ ມີປະມານ 39% ຈຳນວນຕາແສງບັນລຸໄດ້ມາດຕະຖານຊົນນະບົດໃໝ່

(VOVWORLD) -ເພື່ອໃຫ້ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໃນປີ 2018 ບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສ້າງແຜນການບາງໜ້າທີ່ຈຸດສຸມ.
ຮອດປີ 2018, ຫວຽດນາມ ມີປະມານ 39% ຈຳນວນຕາແສງບັນລຸໄດ້ມາດຕະຖານຊົນນະບົດໃໝ່ - ảnh 1 (ພາບປະກອບອີນເຕີແນັດ)

ຕາມນັ້ນແລ້ວ, ຄາດໝາຍສູ້ຊົນໃນປີ 2018 ທົ່ວປະເທດໃຫ້ມີປະມານ 39% ຈຳນວນຕາແສງ (ປະມານ 3.500 ຕາແສງ) ໄດ້ຮັບການຮັບຮອງບັນລຸມາດຕະຖານຊົນນະບົດໃໝ່; ມີຢ່າງໜ້ອຍສຸດ 54 ຫົວໜ່ວຍຂັ້ນເມືອງຈະໄດ້ຮັບການຮັບຮອງຈາກນາຍົກລັດຖະມົນຕີວ່າບັນລຸມາດຕະຖານ/ສຳເລັດໜ້າທີ່ກໍ່ສ້າງຊົນນະບົດໃໝ່. ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ຮຽກຮ້ອງວ່າ: ຄວນຍູ້ແຮງວຽກງານໂຄສະນາກ່ຽວກັບຊົນນະບົດໃໝ່ຢ່າງແຮງກວ່າ ຕິດພັນກັບການໂຄສະນາໝາກຜົນ 10 ປີແຫ່ງການປະຕີບັດມະຕິກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ; ແນະນຳ ແລະ ກະຕຸກຊຸກຍູ້ບັນດາທ້ອງຖິ່ນຜັນຂະຫຍາຍຢ່າງມີປະສິດທິຜົນບັນດາແຜນຮ່າງກໍ່ສ້າງຊົນນະບົດໃໝ່ພິເສດສະເພາະ ເຊິ່ງທ່ານນາຍົກລັດຖະມົນຕີ ແລະ ຂັ້ນມີສິດອຳນາດອະນຸມັດຜ່ານ; ຜັນຂະຫຍາຍໂຄງການວິທະຍາສາດ ແລະ ເຕັກໂນໂລຊີເພືຶ່ອຮັບໃຊ້ການກໍ່ສ້າງຊົນນະບົດໃໝ່ໄລຍະ 2016 – 2020.

ຕອບກັບ

ຂ່າວ/ບົດ​ອື່ນ