ຮອດປີ 2020 ອັດຕາການປົກຄຸມຂອງປ່າໃນທົ່ວປະເທດບັນລຸ 42%

(VOVWORLD) - ຮອດປີ 2020 ອັດຕາການປົກຄຸມຂອງປ່າໃນທົ່ວປະເທດບັນລຸ 42%. ນີ້ແມ່ນໜຶ່ງໃນບັນດາຄາດໝາຍຂອງໂຄງການຈຸດໝາຍພັດທະນາປ່າໄມ້ແບບຍືນຍົງໄລຍະ 2016 -2020 ທີ່ນາຍົກລັດຖະມົນຕີຫາກໍ່ໄດ້ຮັບຮອງເອົາ. 
ຮອດປີ 2020 ອັດຕາການປົກຄຸມຂອງປ່າໃນທົ່ວປະເທດບັນລຸ 42% - ảnh 1 ພາບປະກອບ

ຄາດໝາຍເຊິ່ງໂຄງການມຸ່ງໄປເຖິງແມ່ນຍົກສູງສະມັດຕະພາບ, ຄຸນນະພາບ ແລະ ເສີມຂະຫຍາຍມູນຄ່າຂອງປ່າແຕ່ລະປະເພດ, ເພີ່ມມູນຄ່າປ່າຜະລິດໃນຈຳນວນເນື້ອທີ່ໜຶ່ງ, ປະກອບສ່ວນຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບການຫລຸດຜ່ອນໄພພິບັດທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມຊີວະພາບ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຂຶ້ນຂອງນ້ຳທະເລ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບ, ປະກອບສ່ວນລົບລ້າງຄວາມທຸກຍາກ ອຶດຫິວ… ຕາມນັ້ນແລ້ວ, ສູ້ຊົນຮອດປີ 2020, ລະດັບເພີ່ມມູນຄ່າການຜະລິດເຄື່ອງປ່າຂອງດົງບັນລຸຈາກ 5,5% - 6,0%/ປີ, ເນື້ອທີ່ດິນປະເພດຕ່າງໆບັນລຸ 14,4 ເຮັກຕາ, ມູນຄ່າການສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງບັນລຸ 8,0 – 8,5 ຕື້ USD ແລະ ຮັກສາ 25 ລ້ານວຽກງານເປັນປົກກະຕິ, ເພີ່ມລາຍຮັບ, ປະກອບສ່ວນລົບລ້າງຄວາມອຶດຫິວ, ທຸກຍາກ, ປັບປຸງວຽກງານໃຫ້ຜູ້ມີອາຊີບໃນປ່າ, ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ ແລະ ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໂຄງການປະຕິບັດແຕ່ປີ 2016 ຮອດທ້າຍປີ 2020 ດ້ວຍ 3 ໜ້າທີ່ຕົ້ນຕໍຄື: ປົກປ້ອງປ່າ ແລະ ອະນຸລັກຮັກສາທຳມະຊາດ, ພັດທະນາ ແລະ ຍົກສູງສະມັດຕະພາບ, ຄຸນນະພາບປ່າ, ຍົກສູງມຸນຄ່າເພີ່ມຂອງບັນດາຜະລິດຕະພັນເຄື່ອງປ່າຂອງດົງ.

ຕອບກັບ

ຂ່າວ/ບົດ​ອື່ນ