ຮອດ​ປີ 2024 ຫວຽດ​ນາມ ຈະ​ບໍ່​ນຳ​ໃຊ້​ທາດ​ທີ່​​ທຳ​ລາຍຊັ້ນ​ໂອ​ໂຊນ

(VOVWORLD) -ທ່ານ ປ.ອ ຕັງເທ໊ເກືອງ, ຫົວໜ້າກົມການປ່ຽນແປງຂອງດິນຟ້າອາກາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ້ລອມ ໃຫ້ຮູ້ວ່າ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020 ຈະມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2022 ໄດ້ກຳນົດບົດບາດຄວາມຮັບຜິດຊອບ.
ຮອດ​ປີ 2024 ຫວຽດ​ນາມ ຈະ​ບໍ່​ນຳ​ໃຊ້​ທາດ​ທີ່​​ທຳ​ລາຍຊັ້ນ​ໂອ​ໂຊນ - ảnh 1ກອງປະຊຸມສຳມະນາ ທາງອອນລາຍ: ແລກປ່ຽນບົດຮຽນປະສົບການກ່ຽວກັບການຄຸ້ມຄອງການໝູນວຽນຂອງທາດທີ່ທຳລາຍຊັ້ນໂອໂຊນ Fluorocacrbon (ພາບ: baotainguyemoitruong.vn)

ຮອດປີ 2024, ຫວຽດນາມຈະບໍ່ນຳໃຊ້ທາດທີ່ທຳລາຍຊັ້ນໂອໂຊນ (HCFCs). ຂໍ້ມູນດັ່ງກ່າວໂດຍ ກົມການປ່ຽນແປງຂອງດິນຟ້າອາກາດ ໄດ້ຍົກອອກມາຢູ່ກອງປະຊຸມສຳມະນາ ທາງອອນລາຍ: ແລກປ່ຽນບົດຮຽນປະສົບການກ່ຽວກັບການຄຸ້ມຄອງການໝູນວຽນຂອງທາດທີ່ທຳລາຍຊັ້ນໂອໂຊນ Fluorocacrbon ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ້ລອມ ຫວຽດນາມ ສົມທົບກັບບັນດາອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ຢູ່ ຫວຽດນາມ ຈັດຂຶ້ນໃນວັນທີ 28 ເມສາ ຢູ່ຮ່າໂນ້ຍ.

        ທ່ານ ປ.ອ ຕັງເທ໊ເກືອງ, ຫົວໜ້າກົມການປ່ຽນແປງຂອງດິນຟ້າອາກາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ້ລອມ ໃຫ້ຮູ້ວ່າ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020 ຈະມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2022 ໄດ້ກຳນົດບົດບາດຄວາມຮັບຜິດຊອບ ແລະ ຮຽກຮ້ອງໃຫ້ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຕ້ອງມີການກະທຳຢ່າງລະອຽດເພື່ອຄ່ອຍລົບລ້າງບັນດາທາດທີ່ທຳລາຍຊັ້ນ ໂອໂຊນ ແລະ ຫຼຸດຜ່ອນອາຍ HFC. ທ່ານກ່າວວ່າ:

        ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວກະກຽມ ເພື່ອເລີ່ມຄ່ອຍໆລົບລ້າງທາດ ກາກບອນ. ນີ້ແມ່ນຄວາມມານະພະຍາຍາມຂອງ ຫວຽດນາມ ແລະ ກໍ່ແມ່ນຄຳໝັ້ນສັນຍາ ເຊິ່ງ ຫວຽດນາມ ປະຕິບັດບັນດາສົນທິສັນຍາສາກົນ. ຫວຽດນາມ ກໍ່ພວມສ້າງບັນດາເອກະສານກຳນົດການປະຕິບັດກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ການແນະນຳບັນດາສິ່ງທີ່ພວກເຮົາຄວາມຕ້ອງນຳເຂົ້າໃນຊີວິດການເປັນຢູ່ໃຫ້ເປັນລະອຽດ.     

ຕອບກັບ

ຂ່າວ/ບົດ​ອື່ນ