ຮອດປີ 2025, ຫວຽດນາມ ເປັນເຈົ້າເຕັກໂນໂລຊີຜະລິດວັກຊິນ 10 ຊະນິດ

(VOVWORLD) -ເປົ້າໝາຍຂອງໂຄງການແມ່ນຄົ້ນຄວ້າ ເປັນເຈົ້າເຕັກໂນໂລຊີຜະລິດວັກຊິນນຳໃຊ້ກັບຄົນ; ຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດຂອງບັນດາອົງການຈັດຕັ້ງ, ວິສາຫະກິດຄົ້ນຄວ້າ, ຜະລິດວັກຊິນຢູ່ພາຍໃນປະເທດ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ອະນຸມັດຜ່ານໂຄງການວິທະຍາສາດ ແລະ ເຕັກໂນໂລຊີຈຸດສຸມລະດັບຊາດ “ຄົ້ນຄວ້າຜະລິດວັກຊິນ ນຳໃຊ້ກັບຄົນຮອດປີ 2030”. ເປົ້າໝາຍຂອງໂຄງການແມ່ນຄົ້ນຄວ້າ ເປັນເຈົ້າເຕັກໂນໂລຊີຜະລິດວັກຊິນນຳໃຊ້ກັບຄົນ; ຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດຂອງບັນດາອົງການຈັດຕັ້ງ, ວິສາຫະກິດຄົ້ນຄວ້າ, ຜະລິດວັກຊິນຢູ່ພາຍໃນປະເທດ, ກຽມພ້ອມຮັບມືກັບໂລກລະບາດທີ່ຫາກໍ່ເກີດຂຶ້ນໃໝ່; ສູ້ຊົນໃຫ້ວັກຊິນຜະລິດຢູ່ພາຍໃນປະເທດ 100% ບັນລຸມາດຕະຖານທຽບເທົ່າກັບຂອງສາກົນ, ຮັບປະກັນເປີດກວ້າງໂຄງການສັກວັກຊິນ ແລະ ວັກຊິນບາງຊະນິດອື່ນ; ນຳວັກຊິນ ຫວຽດນາມ ອອກສູ່ໂລກເທື່ອລະກ້າວ. ຮອດປີ 2025, ໃຫ້ເປັນເຈົ້າເຕັກໂນໂລຊີຜະລິດວັກຊິນ 10 ຊະນິດ ແລະ ຜະລິດວັກຊິນຢ່າງໜ້ອຍສຸດໃຫ້ໄດ້ 3 ຊະນິດ; ຮອດປີ 2030, ເປັນເຈົ້າຂອງເຕັກໂນໂລຊີຜະລິດວັກຊິນໃຫ້ໄດ້ 15 ຊະນິດ ແລະ ຜະລິດວັກຊິນຢ່າງໜ້ອຍສຸດໃຫ້ໄດ້ 5 ຊະນິດ. ສຳລັບວັກຊິນປ້ອງກັນ ຕ້ານໂລກລະບາດແມ່ນໄດ້ຮັບການໜູນຊ່ວຍລາຍຈ່າຍໃນການຄົ້ນຄວ້າ, ທົດລອງ 100%.

ຕອບກັບ

ຂ່າວ/ບົດ​ອື່ນ