ຮອດ​ປີ 2030, 100% ອົງ​ການ​ສື່ມວນ​ຊົນ, ກະ​ຈາຍ​ສຽງ, ໂທ​ລະ​ພາບ​​ຈະປະ​ຕິ​ບັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) - 100% ອົງການສື່ມວນຊົນ, ກະຈາຍສຽງ, ໂທລະພາບຈະປະຕິບັດການເຫັນເປັນດີຈີຕອນ, ປ່ຽນແປງໃໝ່ການເຄື່ອນໄຫວຢ່າງຮອບດ້ານ, ໝູນໃຊ້ຮູບແບບກອງບັນນາທິການເຕົ້າໂຮມຕາມທິດທ່າອ່ຽງສື່ມວນຊົນດີຈີຕອນ.
ຮອດ​ປີ 2030, 100% ອົງ​ການ​ສື່ມວນ​ຊົນ, ກະ​ຈາຍ​ສຽງ, ໂທ​ລະ​ພາບ​​ຈະປະ​ຕິ​ບັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ - ảnh 1ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ເປັນປະທານກອງປະຊຸມກັບ ກະຊວງ, ຂະແໜງການສູນກາງຈຳນວນໜຶ່ງ ກ່ຽວກັບວຽກງານວາງແຜນຜັງພັດທະນາເຄືອຂ່າຍຮາກຖານສື່ມວນຊົນ, ກະຈາຍສຽງ, ໂທລະພາບ, ຂໍ້ມູນເອເລັກໂຕນິກ, ອົງການພິມຈຳໜ່າຍໄລຍະ 2021 – 2030, ວິໄສທັດຮອດປີ 2050.

ຮ່າງວາງແຜນຜັງ ໄດ້ວາງເປົ້າໝາຍຮອດປີ 2030: 100% ອົງການສື່ມວນຊົນ, ກະຈາຍສຽງ, ໂທລະພາບຈະປະຕິບັດການເຫັນເປັນດີຈີຕອນ, ປ່ຽນແປງໃໝ່ການເຄື່ອນໄຫວຢ່າງຮອບດ້ານ, ໝູນໃຊ້ຮູບແບບກອງບັນນາທິການເຕົ້າໂຮມຕາມທິດທ່າອ່ຽງສື່ມວນຊົນດີຈີຕອນ. ສືບຕໍ່ລົງທຶນ, ພັດທະນາ 6 ອົງການສື່ມວນຊົນຫຼັກແຫຼ່ງຫຼາຍພາຫະນະ ລວມມີ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ສະຖານີໂທລະພາບ ຫວຽດນາມ, ສຳນັກຂ່າວສານ ຫວຽດນາມ, ໜັງສືພິມ ເຍິນເຢິນ, ໜັງສືພິມກອງທັບປະຊາຊົນ, ໜັງສືພິມຕຳຫຼວດປະຊາຊົນ ໃຫ້ເຕີບໂຫຍ່ເຂັ້ມແຂງ, ສວມບົດບາດນຳໜ້າໃນຂົງເຂດສື່ມວນຊົນ. ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:

ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຍື່ນສະເໜີແຜນຮ່າງເປັນອົງການສື່ມວນຊົນຫຼັກແຫຼ່ງຫຼາຍພາຫະນະ, ຫຼາຍພາສາ. ຫຼາຍພາສາແມ່ນສຳຄັນທີ່ສຸດເພື່ອນຳສຽງເວົ້າຂອງປະເທດ ຫວຽດນາມ ໄປສູ່ບັນດາປະເທດໃນໂລກນັ້ນ ຈຶ່ງແມ່ນບຸລິມະສິດໃນປັດຈຸບັນ ເພື່ອການພັດທະນາ. ຢູ່ VOV ສະເພາະ ລາຍການພາກພາສາຕ່າງປະເທດແມ່ນມີ 13 ລາຍການ, ຖ້າມີການສັບຊ້ອນ, ປ່ຽນແປງໃໝ່ນັ້ນແນ່ນອນວ່າ ໜັງສືພິມເອກເລກໂຕນິກຂອງ VOV ຈະອາດສາມາດສະສົມ 13 ລາຍການພາກພາສາ ຕ່າງປະເທດໄດ້ຫຼາຍກ່ວາສິບປາຍພາສາ.

ຕອບກັບ

ຂ່າວ/ບົດ​ອື່ນ