ຮອດປີ 2030, ການທ່ອງທ່ຽວຈະກາຍເປັນຂະແໜງປາຍແຫຼມ, ພັດທະນາຕາມທິດເຕີບໂຕສີຂຽວ

(VOVWORLD) - ຮອດປີ 2025, ສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນແຕ່ 25 – 28 ລ້ານເທື່ອຄົນ ແລະ ຮອດປີ 2030, ຕ້ອນຮັບແຂກທ່ອງທ່ຽວ 35 ລ້ານເທື່ອຄົນ.
ຮອດປີ 2030, ການທ່ອງທ່ຽວຈະກາຍເປັນຂະແໜງປາຍແຫຼມ, ພັດທະນາຕາມທິດເຕີບໂຕສີຂຽວ - ảnh 1(ພາບປະກອບ: VGP)

        ວັນທີ 13 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຊັນຂໍ້ຕົກລົງເລກທີ 509, ອະນຸມັດຜ່ານການວາງແຜນກຳນົດລະບົບການທ່ອງທ່ຽວໄລຍະ 2021 – 2030, ວິໄສທັດຮອດປີ 2045. ເປົ້າໝາຍລວມຂອງການວາງແຜນຜັງແມ່ນ, ຮອດປີ 2030, ການທ່ອງທ່ຽວຈະກາຍເປັນຂະແໜງເສດຖະກິດປາຍແຫຼມ, ພັດທະນາຕາມທິດເຕີບໂຕສີຂຽວຢ່າງແທດຈິງ; ກາຍເປັນຈຸດນັດພົບມີກຳລັງພັດທະນາແຖວໜ້າໂລກ.

        ກ່ຽວກັບບັນດາເປົ້າໝາຍລະອຽດ, ຮອດປີ 2025, ສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນແຕ່ 25 – 28 ລ້ານເທື່ອຄົນ ແລະ ຮອດປີ 2030, ຕ້ອນຮັບແຂກທ່ອງທ່ຽວ 35 ລ້ານເທື່ອຄົນ. ຫວຽດນາມ ມຸ່ງໄປເຖິງການພັດທະນາແບບຍືນຍົງ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ; ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ຮອດປີ 2045, ຂະແໜງທ່ອງທ່ຽວຢືນຢັນບົດບາດກຳລັງໜູນຂອງພື້ນຖານເສດຖະກິດ; ຈຸດນັດພົບພົ້ນເດັ່ນທົ່ວໂລກ, ນອນໃນກຸ່ມບັນດາປະເທດພັດທະນາການທ່ອງທ່ຽວແຖວໜ້າຢູ່ພາກພື້ນ ອາຊີ - ປາຊີຟິກ. ສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນ 70 ລ້ານເທື່ອຄົນ; ຍອດລາຍຮັບຈາກການທ່ອງທ່ຽວແຕ່ 17 – 18% GDP.

        ກ່ຽວກັບການກຳນົດທິດພັດທະນາຜະລິດຕະພັນ, ຕາມແຜນກຳນົດແລ້ວ, ຈະຂຸດຄົ້ນແຫຼ່ງຊັບພະຍາກອນທ່ອງທ່ຽວທະເລ, ໝູ່ເກາະຢ່າງສຸດຂີດ; ເສີມຂະຫຍາຍຄຸນຄ່າວັດທະນະທຳເຂດພາກ; ເຊື່ອມຕໍ່ບັນດາເຂດມໍລະດົກ ຫວຽດນາມ ກັບບັນດາປະເທດຢູ່ພາກພື້ນ ແລະ ໃນໂລກ; ປະສິດທິຜົນການທ່ອງທ່ຽວຕ້ອງຕິດພັນກັບອຸດສາຫະກຳວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ