ຮອດປີ 2050, ສະໜາມບິນສາກົນ ໂນ້ຍບ່າຍ ສາມາດຕ້ອນຮັບຜູ້ໂດຍສານ 100 ລ້ານຄົນ

(VOVWORLD) -ກົມການບິນຫວຽດນາມ ຫາກໍ່ສົ່ງບົດລາຍງານຕໍ່ກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ກ່ຽວກັບເລື່ອງປັບປຸງການວາງແຜນທ່າອາກາດສະຍານສາກົນໂນ້ຍບ່າຍ (ຮ່າໂນ້ຍ) ໄລຍະຮອດປີ 2030, ກຳນົດທິດຮອດປີ 2050.

ຮອດປີ 2050, ສະໜາມບິນສາກົນ ໂນ້ຍບ່າຍ ສາມາດຕ້ອນຮັບຜູ້ໂດຍສານ 100 ລ້ານຄົນ - ảnh 1 ທ່າອາກາດສະຍານສາກົນໂນ້ຍບ່າຍ

(ພາບ: hanoimoi.com.vn)

ຕາມນັ້ນແລ້ວ, ບໍລິສັດທີ່ປຶກສາສະຖາປັດຕະຍາກຳ ແລະ ເຕັກນິກສະໜາມບິນ - ADPi (ຝລັ່ງ) ໄດ້ສ້າງສຳເລັດໂດຍພື້ນຖານບົດລາຍງານທ້າຍໄລຍະກ່ຽວກັບການວາງແຜນຜັງທ່າອາກາດສະຍານສາກົນ ໂນ້ຍບ່າຍ. ທ່າອາກາດສະຍານສາກົນ ໂນ້ຍບ່າຍ ສາມາດຮັບບັນດາເຮືອບິນລຳໃຫຍ່ທີ່ສຸດໃນປະຈຸບັນຄື: B777-X, B747-8, B777-300 ER ແລະ A380. ຮອດປີ 2030, ສະໜາມບິນສາກົນໂນ້ຍບ່າຍ ສາມາດຮັບຜູ້ໂດຍສານ 63 ລ້ານຄົນ/ປີ ແລະ ຮັບສິນຄ້າ 2 ລ້ານໂຕນ/ປີ. ຕົວເລກດັ່ງກ່າວຈະເພີ່ມຂຶ້ນເປັນ 100 ລ້ານຄົນ/ປີ ແລະ ຮັບສິນຄ້າ 5 ລ້ານໂຕນ/ປີ ໃນປີ 2050.

        ປີ 2019, ທ່າອາກາດສະຍານສາກົນໂນ້ຍບ່າຍ ໄດ້ຮັບຜູ້ໂດຍສານປະມານ 29 ລ້ານຄົນ/ປີ.

ຕອບກັບ

ຂ່າວ/ບົດ​ອື່ນ