ຮອດເວລາ 6 ໂມງເຊົ້າວັນທີ 10 ກັນຍາ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່

(VOVWORLD) - ແຕ່ເວລາ 18 ໂມງຂອງວັນທີ 09 ກັນຍາ ຮອດເວລາ 6 ໂມງເຊົ້າຂອງວັນທີ 10 ກັນຍາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່. 

ຫວຽດນາມ ກໍ່ກ້າວເຂົ້າມືື້ທີ 8 ແລ້ວທີ່ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນຊຸມຊົນ ແລະ ປະຈຸບັນ, ຫວຽດນາມ ໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ-19 ຫາຍດີ 890 ຄົນແລ້ວ, ມີ 35 ຄົນເສຍຊີວິດຍ້ອນໂຄວິດ-19.

ຮອດເວລາ 6 ໂມງເຊົ້າວັນທີ 10 ກັນຍາ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ - ảnh 1 ຮອດເວລາ 6 ໂມງເຊົ້າວັນທີ 10 ກັນຍາ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 10 ກັນຍາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດແມ່ນ 28.014.428 ຄົນ, ໃນນັ້ນ ມີ 907.276 ຄົນເສຍຊີວິດ. ປະຈຸບັນມີກ່ວາ 20.089.045 ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະ ມີກ່ວາ 7 ລ້ານຄົນຍັງປິ່ນປົວຢູ່.

        ປະຈຸບັນ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ຢ່າງໜັກໜ່ວງທີ່ສຸດ, ຖັດມາແມ່ນປະເທດ ບຣາຊິນ ແລະ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ