ຮອບຄັດເລືອກ World Cup 2022: ທິມບານເຕະຫວຽດນາມ ຍາດໄຊຊະນະຕໍ່ທິມບານເຕະ ອິນໂດເນເຊຍ

(VOVWORLD) -ທິມບານເຕະຫວຽດນາມ ຍາດໄດ້ໄຊຊະນະ 4 ປະຕູຕໍ່ 0 ຕໍ່ທິມບານເຕະ ອິນໂດເນເຊຍ.
ຮອບຄັດເລືອກ World Cup 2022: ທິມບານເຕະຫວຽດນາມ ຍາດໄຊຊະນະຕໍ່ທິມບານເຕະ ອິນໂດເນເຊຍ - ảnh 1(ທິມບານເຕະຫວຽດນາມ ຍາດໄດ້ໄຊຊະນະ 4 ປະຕູຕໍ່ 0 ຕໍ່ທິມບານເຕະ ອິນໂດເນເຊຍ)

ທີ່ບັນດານັດແຂ່ງຂັນທີ 8 ສາຍ G ຮອບຄັດເລືອກທີ 2 World Cup 2022 ພາກພື້ນອາຊີ ໃນຕອນຄ່ຳວັນທີ 07 ມິຖຸນາ, ເຊິ່ງດຳເນີນໄປຢູ່່ບັນດາປະເທດສະຫະລັດອາຣັບເອັມມີເຣດ (UAE), ທິມບານເຕະຫວຽດນາມ ຍາດໄດ້ໄຊຊະນະ 4 ປະຕູຕໍ່ 0 ຕໍ່ທິມບານເຕະ ອິນໂດເນເຊຍ. ດ້ວຍໄຊຊະນະດັ່ງກ່າວ, ຫວຽດນາມ ສືບຕໍ່ນຳໜ້າສາຍ G ມີ ໂດຍ14 ຄະແນນ.

ຕາມສະຫະພັນບານເຕະຫວຽດນາມ ແລ້ວ, ພາຍຫຼັງຍາດໄດ້ໄຊຊະນະ, ທ່ານປະທານປະເທດ ແລະ ທ່ານປະທານສະພາແຫ່ງຊາດໄດ້ອວຍພອນ, ຍ້ອງຍໍຊົມເຊີຍສະຫະພັນບານເຕະຫວຽດນາມ, ຄະນະຝຶກແອບກິລາ, ທິມບານເຕະ ແລະ ບັນດານັກກິລາ; ລະດົມກຳລັງໃຈໃຫ້ທົ່ວທິມສືບຕໍ່ຮັກສາຈິດໃຈຄວາມຕັດສິນໃຈ, ການສຸມຈິດສຸມໃຈຢ່າງສຸດຂີດໃຫ້ 2 ນັດຍັງເຫຼືອ ເພື່ອສາມາດເຂົ້າຮອບຄັດເລືອກສຸດທ້າຍຂອງ World Cup 2022.

ຕອບກັບ

ຂ່າວ/ບົດ​ອື່ນ