ຮອບຄັດເລືອກ World Cup 2022: ເວັບໄຊ ESPN ຍ້ອງຍໍທິມບານເຕະລ້ຳເລີດຂອງບານເຕະຫວຽດນາມ

(VOVWORLD) -ແຟນບານ ຫວຽດນາມ ນັບລ້ານຄົນເຊື່ອໝັ້ນວ່າ ທິມບານເຕະຂອງຫວຽດນາມ ສາມາດຍາດໄດ້ໄຊຊະນະຕໍ່ UAE ໃນການແຂ່ງຂັນບານເຕະໃນຕອນຄ່ຳວັນທີ 15 ມິຖຸນາ.
ຮອບຄັດເລືອກ World Cup 2022: ເວັບໄຊ ESPN ຍ້ອງຍໍທິມບານເຕະລ້ຳເລີດຂອງບານເຕະຫວຽດນາມ - ảnh 1(ທິມບານເຕະຫວຽດນາມ)

ວັນທີ 15 ມິຖຸນາ, ເວັບໄຊກິລາສາກົນ ESPN ໄດ້ລົງບົດຂຽນຍ້ອງຍໍທິມບານເຕະຫວຽດນາມ. ຕາມ ESPN ແລ້ວ, ໃນຕະຫຼອດໄລຍະປະຫວັດສາດບານເຕະ, ຍາກທີ່ມີທິມບານເຕະຂອງປະເທດໃດມີຄວາມເອກອ້າງທະນົງໃຈກ່ຽວກັບບັນດານັກກິລາມີຄວາມເກັ່ງກ້າສາມາດ. ດ້ວຍເລື່ອງ ຫວຽດນາມ ພວມໃນທ່າກ້າວໄປໄກທີ່ສຸດໃນເລື່ອງອາດສາມາດລອດເຂົ້າຮອບຊິງຊະນະເລີດບານເຕະ World Cup, ບໍ່ມີເວລາໃດແມ່ນດີກວ່າເພື່ອໃຫ້ທິມບານເຕະນີ້ສະແດງໃຫ້ເຫັນກຳລັງຄວາມສາມາດເມື່ອແຂ່ງຂັນກັບທິມບ້ານເຕະສະຫະລັດອາຣັບເອັມມີເຣດ (UAE). ແຟນບານ ຫວຽດນາມ ນັບລ້ານຄົນເຊື່ອໝັ້ນວ່າ ທິມບານເຕະຂອງຫວຽດນາມ ສາມາດຍາດໄດ້ໄຊຊະນະຕໍ່ UAE ໃນການແຂ່ງຂັນບານເຕະໃນຕອນຄ່ຳວັນທີ 15 ມິຖຸນາ. ພຽງແຕ່ຍາດໄດ້ 1 ຄະແນນໃນການແຂ່ງຂັນບານເຕະກັບທິມບານເຕະ UAE, ຫວຽດນາມ ຈະປະຕິບັດສຳເລັດເປົ້າໝາຍນຳໜ້າສາຍ G ແລະ ສາມາດຈະລອດເຂົ້າຮອບຄັດເລືອກທີ 3 World Cup 2020 ພາກພື້ນອາຊີ, ພ້ອມກັບການເຂົ້າຮ່ວມງານແຂ່ງຂັນກິລາບານເຕະຮອບຊິງຊະນະເລີດອາຊີ ໃນປີ 2023.

        ຕາມ ESPN ແລ້ວ, ເພື່ອມີນັກກິລາດີເດັ່ນຂອງ ຫວຽດນາມ ບັນລຸໄດ້ຄືໃນປະຈຸບັນ, ພົນງານໃຫຍ່ສຸດແມ່ນຂຶ້ນກັບຄູຝຶກຊາວສ.ເກົາຫຼີ Park Hang seo. ນັບແຕ່ເມື່ອເລີ່ມເປັນຄູຝຶກຂອງທິມບານເຕະຫວຽດນາມ ແຕ່ທ້າຍປີ 2017, ທ່ານໄດ້ຊ່ວຍໃຫ້ຫວຽດນາມ ຍາດໄດ້ໄຊຊະນະສຳຄັນຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ