ຮອບຊີງຊະນະເລີດ “ນັກສຶກສາລາວຮໍ່າຮຽນຢູ່ຫວຽດນາມແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ” ປີ 2019

(VOVWORLD) - ຮອບຊີງຊະນະເລີດ ນັກສຶກສາລາວຮໍ່າຮຽນຢູ່ຫວຽດນາມ ແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ” ປີ 2019 ໄດ້ດໍາເນີນໃນຕອນຄໍ່າວັນທີ 8 ພະຈິກ ຢູ່ນະຄອນຖາຍງວຽນ. 
ຮອບຊີງຊະນະເລີດ “ນັກສຶກສາລາວຮໍ່າຮຽນຢູ່ຫວຽດນາມແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ” ປີ 2019 - ảnh 1   ຄະນະຈັດຕັ້ງໄດ້ມອບລາງວັນພິເສດໃຫ້ແກ່ ທ້າວ ບຸນ ສຸກຂະລັກ, ມະຫາວິທະຍາໄລສ້າງຄູ 

ການແຂ່ງຂັນ ໂດຍລັດຖະມົນຕີກະຊວງການສຶກສາ ແລະ ບໍາລຸງສ້າງ, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ມະຫາວິທະຍາໄລຖາຍງວຽນ ໄດ້ສົມທົບກັນຈັດຕັ້ງຂຶ້ນ. ໂດຍໄດ້ປຸກລະດົມແຕ່ເດືອນສິງຫາ 2019, ການແຂ່ງຂັນດັ່ງກ່າວ ໄດ້ດຶງດູດ 67 ທິມເຂົ້າຮ່ວມ ເຊິ່ງເປັນນັກສຶກສາທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆຂອງທັງສາມພາກ ເໜືອ-ກາງ-ໃຕ້ຂອງຫວຽດນາມ. ໃນຮອບຄັດເລືອກ, ຄະນະຈັດຕັ້ງໄດ້ຄັດເລືອກເອົາ 12 ທິມດີເດັ່ນທີ່ສຸດເຂົ້າຮ່ວມຮອບຊີງຊະນະເລີດ. ກ່າວຄໍາເຫັນໄຂພິທີ, ທ່ານລັດຖະມົນຕີກະຊວງການສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ຟຸ່ງຊວັນຫຍະ ໃຫ້ຮູ້ວ່າ, ປັດຈຸບັນ ມີນັກສຶກສາລາວພວມຮໍ່າຮຽນຢູ່ຫວຽດນາມກວ່າ 16 ພັນຄົນ. ການແຂ່ງຂັນ ແມ່ນໜຶ່ງໃນບັນດາຮູບແບບເພື່ອຍົກສູງລະດັບການເວົ້າພາສາຫວຽດ ຂອງບັນດານັກສຶກສາ ແລະ ເພີ່ມທະວີການແລກປ່ຽນວັດທະນະທໍາລະຫວ່າງສອງປະເທດ, ທ່ານກ່າວວ່າ:

        “ກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ໄດ້ກໍານົດວ່າ, ປັດໄຈຕັດສິນຄຸນນະພາບການກໍ່ສ້າງນັກສຶກສາລາວ ທີ່ຮຽນຢູ່ຫວຽດນາມ ນັ້ນແມ່ນ ລະດັບການນໍາໃຊ້ພາສາຫວຽດຂອງນັກສຶກສາ. ເພາະສະນັ້ນ, ການຍົກສູງຄວາມສາມາດໃນການນໍາໃຊ້ພາສາ ຍາມໃດກໍໄດ້ຖືວ່າ ແມ່ນໜ້າທີ່ສໍາຄັນ ແລະ ລຸລ່ວງໃນວິວັດທະການການກໍ່ສ້າງ. ດ້ວຍຈຸດປະສົງແມ່ນເພີ່ມທະວີການພົວພັນແລກປ່ຽນວັດທະນະທໍາລະຫວ່າງ ຫວຽດນາມ - ລາວ ຊ່ວຍຍົກສູງຄວາມສາມາດໃນການນໍາໃຊ້ພາສາຫວຽດ ໃຫ້ແກ່ນັກສຶກສາລາວ ໃນໄລຍະທີ່ຮໍ່າຮຽນ ແລະ ດໍາລົງຊີວິດຢູ່ຫວຽດນາມ”.

        ຄະນະຈັດຕັ້ງໄດ້ມອບລາງວັນພິເສດໃຫ້ແກ່ ທ້າວ ບຸນ ສຸກຂະລັກ, ມະຫາວິທະຍາໄລສ້າງຄູ (ມະຫາວິທະຍາໄລ ຖ໊າຍງວຽນ) ແລະ ລາງວັນທີ 1 ມີ1 ລາງວັນ, ລາງວັນທີ 2 ມີ 3 ລາງວັນ ແລະ ລາງວັນທີ 3 ມີ 7 ລາງວັນ. 

ຕອບກັບ

ຂ່າວ/ບົດ​ອື່ນ