ຮອບເຈລະຈາຄັ້ງທີ2FTAຫວຽດນາມ-ພັນທະມິດພາສີ

ຮອບເຈລະຈາຄັ້ງທີ2FTAຫວຽດນາມ-ພັນທະມິດພາສີ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ການ​ຄ້າ ຫວຽດ​ນາມ ຫວູ​ຮູຍ​ຮ່​ວາງ
ພາບ:TTXVN


(vovworld)-​​ພາຍຫລັງ​ລັດຖະບານ​ບັນດາ​ຝ່າຍ​ອະນຸມັດ​ແຜນການ​ເຈລະຈາ, ຮອບ​ເຈລະຈາ​ຄັ້ງທີ 2 ສັນຍາ​ການ​ຄ້າ​ເສລີ(FTA) ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ມິດ​ພາສີ​ສາມ​ປະ​ເທດ​ຊື່​ງລວມມີ: ​ເບ​ລາຣຸດ, ກາ​ຊັກ​ສະຖານ ​ແລະ ລັດ​ເຊຍ ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 20-25/6 ຢູ່​ນະຄອນຫລວງ​ມົດ​ສະ​ກູ ສະຫະພັນ​ລັດ​ເຊຍ. ນະ​ທີ່​ນີ້, ທ່ານ​ດັ້ງ​ຮ່ວາງ​ຫາຍ, ຫົວຫນ້າ​ຄະນະ​ເຈລະຈາ​ຂັ້ນ​​ເຕັກນິກ, ສັງ​ກັດ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ  ​ແລະ ທ່ານ Andrey Tochin ລັດຖະມົນຕີ​ຮັບຜິດ​ຊອບ​ດ້ານ​ການ​ຄ້າ​ຂອງ​ຄະນະ​ກຳມະການ​ເສດຖະກິດ ອາຊີ ​ເອີ​ລົບ ​ແລະ 10 ຫນ່ວຍ​ງານ ​ໄດ້​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຂອງ​ສັນຍາ​. ທີ່​ວາລະ​ປະຊຸມ​ຄົບ​ຄະນະ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ຫວູ​ຮູຍ​ຮ່​ວາງທ່ານ Andrey Tochin ອີກ​ຄັ້ງ​ຫນຶ່ງ​ໄດ​້ຢືນຢັນ​ວ່າ ຈະ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ໃຫ້​ສອດຄ່ອງ​ກັບ​ບັນດາ​ຂໍ້​ກຳນົດ​ຂອງ​ອົງການ​ການ​ຄ້າ​ໂລກ.

 

 

ຂ່າວ/ບົດ​ອື່ນ