ຮອບເຈລະຈາທີ 2 ລະຫວ່າງລັດຖະບານ ອີຣັກ ແລະ ຊາວ Kurd

(VOVWORLD) - ວັນທີ 29 ຕຸລາ, ບັນດາຜູ້ບັນຊາກອງທັບ ອີຣັກ ແລະ ກຳລັງທະຫານລາດ Peshmerga ຂອງຊາວ Kurd ສືບຕໍ່ດຳເນີນຮອບເຈລະຈາທີ 2
ຮອບເຈລະຈາທີ 2 ລະຫວ່າງລັດຖະບານ ອີຣັກ ແລະ ຊາວ Kurd - ảnh 1 ກອງທັບ ອີຣັກ ແລະ ກຳລັງທະຫານລາດ Peshmerga ຂອງຊາວ Kurd (ພາບ: Reuters)

ເພື່ອແນໃສ່ມຸ່ງໄປເຖິງຂໍ້ຕົກລົງຢຸດຍິງ ພາຍຫລັງຮອບເຈລະຈາທຳອິດສິ້ນສຸດລົງໃນມື້ກ່ອນນັ້ນ ບັນລຸໄດ້ແງ່ຫວັງຕັ້ງໜ້າຫລາຍຢ່າງ. ຕາມທ່ານນາຍົກລັດຖະມົນຕີ ອີຣັກ Haider Al Abadi, ໃນຮອບເຈລະຈາທີ 2 ນີ້, 2 ຝ່າຍສຸມໃສ່ແກ້ໄຂຄວາມຍບໍ່ລົງລອຍກັນ ເພື່ອເປີດຊ່ອງທາງໃຫ້ແກ່ການຜັນຂະຫຍາຍກອງທັບ ອີຣັກ ເຖິງບັນດາດ່ານຊາຍແດນທີ່ນອນໃນເຂດຄວບຄຸມຂອງຊາວ Kurd ຢູ່ພາກເໜືອຂອງ ອີຣັກ ກັບບັນດາປະເທດບ້ານໃກ້ເຮືອນຄຽງຄື ຕວກກີ, ອີຣານ ແລະ ຊີຣີ ຢ່າງສັນຕິພາບ. ທີ່ຮອບເຈລະຈາທຳອິດ ດຳເນີນແຕ່ວັນທີ 27 – 28 ຕຸລາ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບກຳລັງ Peshmerga ກັບຄືນເສັ້ນຂີດຂັ້ນປີ 2003 ແລະ ມອບສິດຄວມຄຸມບັນດາຄ້າຍທັງໝົດຢູ່ເຂດຕິດຈອດກັນນີ້ ໃຫ້ອຳນາດການປົກຄອງສູນກາງ.

ຕອບກັບ

ຂ່າວ/ບົດ​ອື່ນ