ຮອບເຈລະຈາສັນຕິພາບຢູ່ຊີຣີຈະເຊື່ອມຕໍ່ຄືນໃໝ່ໃນວັນທີ13/04ຈະມາເຖິງ

ຮອບເຈລະຈາສັນຕິພາບຢູ່ຊີຣີຈະເຊື່ອມຕໍ່ຄືນໃໝ່ໃນວັນທີ13/04ຈະມາເຖິງ - ảnh 1
ທ່ານ Staffan de Mistura
(ພາບ: AFP/TTXVN)


(vovworld) - ວັນ​ທີ 07/04, ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ ຊີຣີ ທ່ານ Staffan de Mistura ​ໃຫ​້ຮູ້​ວ່າ ຮອບ​ເຈລະຈາ​ຕໍ່​ໄປ​ກ່ຽວ​ກັບ​ການສັນຕິພາບຢູ່ ຊີຣີ ຈະ​ເຊື່ອ​​ມຕໍ່​ຄືນ​ໃໝ່​ໃນ​ວັນ​ທີ 13/04 ຈະ​ມາ​ເຖິງ​ຢູ່ ​ເຊີ​ແນວ (ສະ​ວິດ), ພາ​ຍຫລັງ​ທ່ານ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ເຖິງ​ບາງ​ປະ​ເທດ, ​ໃນ​ນັ້ນມີ ຊີຣີ ​ແລະ ອີຣານ. ​ເມື່ອ​ແລກປ່ຽນ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ Mistura ຊີ້​ແຈ້ງວ່າ: ທ່ານ​ຈະ​ກັບ​ຄືນ ​ເຊີ​ແນວ ​ໃນ​ວັນ​ທີ 12 ຫຼື 13/04. ທ່ານ​ຍັງ​ຢືນຢັນ​ວ່າ: ບັນດາ​ການ​ພົບ​ປະ​ຂອງ​ທ່ານ​ກັບ​ລັດຖະບານ ຊີຣີ ​ແລະ ບັນດາ​ປະ​ເທດຕົ້ນຕໍ​ໃນ​ພາກ​ພື້ນ​ແມ່ນ​ສຳຄັນ​ທີ່​ສຸດ ກ່ອນ​ທີ່ດຳ​ເນີນ​ຮອບ​ເຈລະຈາ​ຈະ​ມາ​ເຖິງ​.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 05/04 ຜ່ານ​ມາ, ສະຫະ​ປະຊາ​ຊາດ​ໄດ້​ປະກາດວ່າ​ຮອບ​ເຈລະຈາ​ຈະ​ມາ​ເຖິງ​ລະ​ຫວ່າງບັນດາ​ຝ່າຍ​ເຂົ້າຮ່ວມ​ການ​ສູ້​ຮົບ​ຢູ່ ຊີຣີ ອາດ​ຈະ​ເຊື່ອມ​ຕໍ່​ຄືນ​ໃໝ່​ໃນ​ວັນ​ທີ 11/04 ຈະ​ມາ​ເຖິງ​ຢູ່ ​ເຊີ​ແນວ. ຮອບ​ເຈລະຈາ​ກ່ອນ​ແມ່ນ​ສິ້ນ​ສຸດ​ໃນ​ວັນ​ມີ 24/03.

ຂ່າວ/ບົດ​ອື່ນ