ຮອບເຈລະຈາສັນຕິພາບໃໝ່ກ່ຽວກັບການປະທະກັນ Yemen ຖືກໄຂຂຶ້ນຢູ່ຄູເວດ

ຮອບເຈລະຈາສັນຕິພາບໃໝ່ກ່ຽວກັບການປະທະກັນ Yemen ຖືກໄຂຂຶ້ນຢູ່ຄູເວດ - ảnh 1
ຮອບເຈລະຈາສັນຕິພາບໃໝ່
ກ່ຽວກັບການປະທະກັນ Yemen ຖືກໄຂຂຶ້ນຢູ່ຄູເວດ
(ພາບ: AFP/TTXVN)


(vovworld) - ​ວັນ​ທີ 21/04, ຮອບ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໂດຍ​ສະ​ຫະ​ປະ​ຊາ​ຊາດອຸ​ປະ​ຖ​ຳ ເພື່ອ​ແນ​ໃສ່​ຢຸດ​ຕ​ິ​ການ​ປະ​ທະ​ກັນ​ດ້​ານ​ອາ​ວຸດ​ທີ່​ແກ່​ຍາວ​ມາ​ເປັນ​ເວ​ລາ 13 ເດືອນ​ຜ່ານ​ມາຢູ່ Yemen ຖື​ກ​ໄຂ​ຂຶ້ນ​ຢູ່​ຄູ​ເວດ ຢ່າງ​ເປັນ​ທາງ​ການ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະ​ລັດ​ຖະ​ບານ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ຝ່າຍ​ຄ້ານ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ ນີ້ິ້ຢ່າງ​ຄົບ​ຖ້ວນ​.​ ກ່າວ​ຄຳ​ເຫັນ​ທີ່​ບັນ​ດາ​ຮອບ​ເຈ​ລະ​ຈາ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ປະ​ເທດ​ເຈົ້າ​ພາບ Sheikh  Sabah al Khaled Al Sabah ໄດ້​ພັນ​ລະ​ນາ​ຮອບ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄັ້ງ​ນີ້ແມ່ນ “ກາ​ລະ​ໂອ​ກາດ​ປະ​ຫວັດ​ສາດ” ເພື​່ອ​ຢຸດ​ຕິ​ການ​ປະ​ທະ​ກັນ​ທີິ່ນອງ​ເລືອດ​ຢູ່ Yemen. ໃນ​ຂະ​ນະ​ນັ້ນ, ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ບັນ​ຫາ Yemen, ​ທ່ານ Ould Cheikh Ahmed ໄ​ດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່ປະ​ທະ​ກັນ​ຢູ່ Yemen ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ກ້າວ​ໄປ​ເຖິງ​ສັນ​ຍາ​ຮອບ​ດ້ານ ແລະ ຍາວ​ນານ. ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ ກໍ່​ຮຽ​ກ​ຮ້ອງ​​ໃຫ້​ມີບັນ​ດາ “ມາດ​ຕະ​ການ​ແກ້​ໄຂ​ປະ​ນິ​ປະ​ນ​ອມ” ແລະ ເນັ້ນ​ໜັກ​ວ່າ Yemen “ພວມ​ກ້າວ​ເຂົ້າ​ສູ່​ສັນ​ຕິ​ພາບ​​ຍິ່ງກວ່າ​ເວ​ລາ​ໃດ​ໝົດ”.

ຂ່າວ/ບົດ​ອື່ນ