ຮອບເຈລະຈາໃໝ່ກ່ຽວກັບ Brexit ບໍ່ບັນລຸບາດກ້າວກະໂດດຂັ້ນ

(VOVWORLD) -ວັນທີ 21 ສິງຫາ, ຮອບເຈລະຈາກ່ຽວກັບເລື່ອງອັງກິດ ຖອນຕົວອອກຈາກ EU ຫຼື ເອີ້ນວ່າວິວັດການ Brexit ໄດ້ສິ້ນສຸດລົງ ແຕ່ບໍ່ບັນລຸໄດ້ບາດກ້າວກະໂດດຂັ້ນໃດໆ.

ຮອບເຈລະຈາໃໝ່ກ່ຽວກັບ Brexit ບໍ່ບັນລຸບາດກ້າວກະໂດດຂັ້ນ - ảnh 1 ຮອບເຈລະຈາໃໝ່ກ່ຽວກັບ Brexit ບໍ່ບັນລຸບາດກ້າວກະໂດດຂັ້ນ

(ພາບ: AFP)

ເຖິງຢ່າງໃດກໍ່ຕາມ, ທັງອັງກິດ ແລະ EU ລ້ວນແຕ່ເຫັນດີຈະສືບຕໍ່ດຳເນີນການເຈລະຈາໃນອາທິດຈະມາເຖິງ ເພື່ອແນໃສ່ຮັດແຄບຄວາມບໍ່ລົງລອຍກັນກ່ຽວກັບບັນດາບັນຫາສຳຄັນຄື ເຂດຊາຍແດນ ອຽກລັງ ແລະ ການພົວພັນດ້ານເສດຖະກິດ 2 ຝ່າຍ ພາຍຫຼັງ Brexit.

        ທ່ານລັດຖະມົນຕີ Brexit ຂອງອັງກິດ Dominic Raab ເຊື່ອໝັ້ນວ່າ 2 ຝ່າຍອາດສາມາດບັນລຸໄດ້ຂໍ້ຕົກລົງ Brexit ໃນເດືອນ ຕຸລາ ຈະມາເຖິງ. ສ່ວນທ່ານຫົວໜ້າຄະນະເຈລະຈາ Brexit ຂອງ EU ທ່ານ Michel Barnier ເນັ້ນໜັກວ່າ, 2 ຝ່າຍພວມບັນລຸໄດ້ບາດກ້າວໃຫຍ່ກ່ຽວກັບບັນຫາການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ພາຍຫຼັງ Brexit. ເຖິງຢ່າງໃດກໍ່ຕາມ, ຕາມທ່ານ Barnier ແລ້ວ, 2 ຝ່າຍຍັງຄົງມີຄວາມແຕກຕ່າງກັນກ່ຽວກັບການພົວພັນດ້ານເສດຖະກິດພາຍຫຼັງ Brexit, ພ້ອມທັງເນັ້ນໜັກວ່າ ການພົວພັນດັ່ງກ່າວຄວນເຄົາລົບມູນຄ່າຕະຫຼາດລວມເອີລົບ ກໍຄືບັນດາພື້ນຖານຂອງ EU.

        ນອກຈາກນັ້ນ, ທ່ານ Barnier ກໍ່ຖືວ່າ, ຂໍ້ຕົກລົງກ່ຽວກັບ Brexit ຄວນບັນລຸໄດ້ໃນປີ 2018 ເພື່ອໃຫ້ບັນດາປະເທດ EU ແລະ ລັດຖະສະພາເອີລົບ ຮັບຮອງເອົາກ່ອນເດືອນ ມີນາ 2019, ເຊິ່ງແມ່ນຈຸດເວລາທີ່ອັງກິດ ຖອນຕົວອອກຈາກ EU ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ