ຮອບເຈລະຈາໃໝ່ກ່ຽວກັບຊີຣີຢູ່ຊີແນວຈະດຳເນີນໃນວັນທີ 28 ພະຈິກ

(VOVWORLD) -ທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ, ທ່ານ Staffan de Mistura, ໃຫ້ຮູ້ວ່າ, ຮອບເຈລະຈາໃໝ່ໂດຍສະຫະປະຊາຊາດເປັນຄົນກາງໄກ່ເກ່ຍ ແນ່ໃສ່ຢຸດຕິການປະທະກັນທີ່ແກ່ຍາວຢູ່ຊີຣີ ຈະດຳເນີນຢູ່ຊີແນວ, ປະເທດສະວິດ ແຕ່ວັນທີ 28 ພະຈິກ ຈະມາເຖິງ.

ຮອບເຈລະຈາໃໝ່ກ່ຽວກັບຊີຣີຢູ່ຊີແນວຈະດຳເນີນໃນວັນທີ 28 ພະຈິກ - ảnh 1

 ທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ, ທ່ານ Staffan de Mistura

(ພາບປະກອບ: EPA TTXVN)

ໃນຖະແຫຼງການວັນທີ 26 ຕຸລາ, ທ່ານ Mistura ຊີ້ແຈ້ງວ່າ, ຮອບເຈລະຕາດັ່ງກ່າວຈະຖືກດຳເນີນພາຍຫຼັງກອງປະຊຸມໃນອາທິດໜ້າຢູ່ນະຄອນຫຼວງ Astana ປະເທດກາຊັກສະຖານ ລະຫວ່າງລັດເຊຍ, ອີຣານ ແລະ ຕວກກີ. ນີ້ຈະແມ່ນຮອບເຈລະຈາຄັ້ງທີ 8 ຢູ່ເຊີແນວ ກ່ຽວກັບການປະທະກັນທີ່ນອງເລືອກ ເຊິ່ງແກ່ຍາວກວ່າ 6 ປີຜ່ານມາຢູ່ຊີຣີ.

        ກ່ຽວຂ້ອງເຖິງສະພາບການສູ້ຮົບຢູ່ຊີຣີ, ໃນວັນດຽວກັນ, ກອງທັງປະເທດນີ້ແຈ້ງວ່າ ໄດ້ຍາດຄືນເຂດຊຸມຊົນ Hweijet Saqer ທີ່ມີຄວາມໝາຍສຳຄັນດ້ານຍຸດທະສາດ ຂຶ້ນກັບແຂວງພາກເວັນອອກ Deir al Zour ພາຍຫຼັງບັນດາການສູ້ຮົບຕ້ານບັນດາມືປືນຂອງອົງການ IS.

ຕອບກັບ

ຂ່າວ/ບົດ​ອື່ນ