ຮອບເຈລະຈາໃໝ່ຂອງກຸ່ມສຳພັດກ່ຽວກັບຢູແກຼນບໍ່ບັນລຸຂໍ້ຕົກລົງໃດໆ

ຮອບເຈລະຈາໃໝ່ຂອງກຸ່ມສຳພັດກ່ຽວກັບຢູແກຼນບໍ່ບັນລຸຂໍ້ຕົກລົງໃດໆ - ảnh 1
ຜູ້​ຕາງ​ໜ້າ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ
(ພ​າບ: AFP)

(vovworld) – ​ຮອບ​ເຈ​ລະ​ຈາ​ຂອງ​ກຸ່ມ​ສຳ​ພັດ​ກ່ຽວ​ກັບ ຢູ​ແກຼນ ຢູ່​ນະ​ຄອນຫຼວງ Minsk ( ປະ​ເທດ Belarus) ສິ້ນ​ສຸດ​ລົງ​​ໃນວັນ​ທີ 24/12 ​ແຕ່ບັນ​ດາ​ຝ່າຍ​ຍັງ​ບໍ່​ທັນ​ບັນ​ລ​ຸ​ໄດ້​ໂຄງ​ການ​ດຳ​ເນີນ​ງານກໍ່​ຄື​​ເວ​ລາ​ດຳ​ເນີນ​ການ​ເຈ​ລະ​ຈາ​ຄັ້ງ​ຕໍ່​ໄປ. ຫົວ​​ໜ້າ ສາ​ທາ​ລະ​ນະ​ລັດ ປ​ະ​ຊາ​ຊົນ Donesk ອ້າງ​ຊື່​ເອງ ​ທ່ານ Alexander Zakhaechenko ໃຫ້​ຮູ້​ວ່າ: ການ​ເຈ​ລະ​ຈາ​ຖືກ​ດຳ​ເນີນ​ໄປ​ຢ່າງ​ສັບ​ສົນ ແລະ ໃນ​ຕໍ່​ໜ້າ​ຍັງ​ມີ​ຮອບ​ເຈ​ລະ​ຈາ​ອື່ນໆ​ອີກ. ​ເຂົ້າ​ຮ່ວມຮອບ​ເຈ​ລະ​ຈາ​ນີ້ມີ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ທ່ານ Leonid Kuchma, ຜູ້​ຕາງ​ໜ້າ​ມີ​ອຳ​ນາດ​ເຕັມ​ ສ. ປະ​ຊາ​ຊົນ Donesk ອ້າງ​ຊື່​ເອງ ທ່ານ Denis Pusilin, ຜູ້​ຕາງ​ໜ້າ​ມີ​ອຳ​ນາດ​ເຕັມ​ ສ. Lugansk ອ້າງ​ຊື່​ເອງ ທ່ານ Vladislav Deinego, ຜູ້​ຕາງ​ໜ້າ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື​ເອີ​ລົບ (OSCE) ຢູ່ ຢູ​ແກຼນ ທ່ານ Heidi Tagliavini ແລະ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ລັດ​ເຊຍ ປະ​ຈຳ ຢູ​ແກຼນ Mikhail Zurabov.

        ດັ່ງ​ນັ້ນ, ​ປະ​ຈຸ​ບັນ, ບັນ​ດາ​ຮອບ​ເຈ​ລະ​ຈາ​ຂອງ​ກຸ່ມ​ສຳ​ພັດ​ຖືກ​ດຳ​ເນີ​ນ​ໄປ​ຢູ່ Minsk ຍັງ​ບໍ່​ທັນ​ບັນ​ລຸ​ໄດ້ໝາກ​ຜົນ​ໃດໆ​ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທ​ະ​ກັນ​ທີ່​ແກ່​ຍາວ​ຕະຫຼອດ 8 ເດືອນ​ຜ່ານ​ມາ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ເຮັດ​ໃຫ​້ 4.700 ຄົນເສຍ​ຊີ​ວິດ.

 


ຂ່າວ/ບົດ​ອື່ນ