ຮ່າງສົນທິສັນຍາ ສປຊ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ມີຄວາມໝາຍສຳຄັນຍິ່ງສຳລັບ ຫວຽດນາມ

(VOVWORLD) - ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດມີລະດັບເຜີຍແຜ່ອິນເຕີເນັດທົ່ວເຖິງແຖວໜ້າໂລກ, ດ້ວຍຜູ້ນຳໃຊ້ແມ່ນ 78,44 ລ້ານຄົນ ໄລ່ຮອດຕົ້ນປີ 2024, ເທົ່າກັບ 79,1% ຈຳນວນພົນລະເມືອງ.
ຮ່າງສົນທິສັນຍາ ສປຊ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ມີຄວາມໝາຍສຳຄັນຍິ່ງສຳລັບ ຫວຽດນາມ - ảnh 1ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ
(ພາບ: baoquocte.vn)

ວັນທີ 08 ສິງຫາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ຄະນະກຳມະການສະເພາະກິດຂອງສະຫະປະຊາຊາດ ໄດ້ຮັບຮອງເອົາຮ່າງສົນທິສັນຍາ ສປຊ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ. ຕາມທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ແລ້ວ, ເລື່ອງຮ່າງສົນທິສັນຍາດັ່ງກ່າວໄດ້ຮັບຮອງເອົາ ແມ່ນມີຄວາມໝາຍສຳຄັນຫຼາຍຢ່າງສຳລັບ ຫວຽດນາມ.

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດມີລະດັບເຜີຍແຜ່ອິນເຕີເນັດທົ່ວເຖິງແຖວໜ້າໂລກ, ດ້ວຍຜູ້ນຳໃຊ້ແມ່ນ 78,44 ລ້ານຄົນ ໄລ່ຮອດຕົ້ນປີ 2024, ເທົ່າກັບ 79,1% ຈຳນວນພົນລະເມືອງ. ຕາມຕົວເລກສະຖິຕິຂອງອົງການທີ່ມີໜ້າທີ່ຮັບຜິດຊອບແລ້ວ, ນັບແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ມີການບຸກໂຈມຕີທາງອິນເຕີເນັດໃສ່ບັນດາລະບົບຂໍ້ມູນຢູ່ ຫວຽດນາມ ກວ່າ 13.750 ຄັ້ງ, ກໍ່ຄວາມຕິດຂັດຢ່າງຮ້າຍແຮງ. ເລື່ອງ ຫວຽດນາມ ສະໜັບສະໜູນການສ້າງຕັ້ງກົນໄກເຈລະຈາຢ່າງສະເໝີຕົ້ນສະເໝີປາຍ ແລະ ຕັ້ງໜ້າເຂົ້າຮ່ວມບັນດາວາລະປະຊຸມຂອງຄະນະກຳມະການສະເພາະກິດ ໄດ້ຢືນຢັນສານຢ່າງແຮງຕໍ່ເລື່ອງ ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດ ແກ້ໄຂບັນດາບັນຫາທົ່ວໂລກ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບສາກົນ.

ຮ່າງສົນທິສັນຍາ ສປຊ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ໄດ້ຍື່ນສະເໜີຕໍ່ສະມັດຊາໃຫຍ່ສະຫະປະຊາຊາດ ເພື່ອໃຫ້ 193 ປະເທດສະມາຊິກສົມບູນ ຮັບຮອງເອົາໃນໄລຍະໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ