ຮ່າຕິ້ງ ຢູ້ແຮງພື້ນຖານພັດທະນາ, ຜະລິດ, ບໍລິໂພກ ແລະ ການສົ່ງອອກ

(VOVWORLD) -ຕອນເຊົ້າວັນທີ 13 ທັນວາ, ໂດຍສືບຕໍ່ການໄປປະຕິບັດງານຢູ່ແຂວງ ຮ່າຕິ້ງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບຄະນະບໍລິຫານງານອົງຄະນະພັກແຂວງ ຮ່າຕິ້ງ.
ຮ່າຕິ້ງ ຢູ້ແຮງພື້ນຖານພັດທະນາ, ຜະລິດ, ບໍລິໂພກ ແລະ ການສົ່ງອອກ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ທີ່ການເຮັດວຽກ
(ພາບ: TTXVN)

ທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ແຂວງ ຮ່າຕິ້ງ ຈົ່ງເສີມຂະຫຍາຍທ່າອຮງຂອງແຂວງຄື: ທ່າກ່ຳປັ່ນນ້ຳເລິກ, ຄົມມະນາຄົມທາງບົກ, ທາງລົດໄຟ, ມະນຸດ ຜູ່ມີຄວາມຄາດຫວັງບືນຕົນຂຶ້ນເພື່ອກຳແໜ້ນກາລະໂອກາດພັດທະນາຢ່າງແຮງ. ໃນຕໍ່ໜ້າແມ່ນປະຕິບັດເປົ້າໝາຍຄວບຄູ່ໃຫ້ເປັນຢ່າງດີ, ຮັກສາສຸຂະພາບໃຫ້ແກ່ປະຊາຊົນ ແລະ ສ້າງເງື່ອນໄຂໃຫ້ແກ່ການຜະລິດ ແລະ ການຈໍລະຈອນສິນຄ້າ, ໂດຍສະເພາະແມ່ນການສັກວັກຊິນກັນໂຄວິດ-19. ທ່ານປະທານປະເທດໃສ່ໃຈວ່າ, ຮ່າຕິ້ງ ຄວນສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ເພື່ອດຶງດູດການລົງທຶນຂອງບັນດານັກລົງທຶນ, ໂດຍສະເພາະແມ່ນການດຶງດູດການລົງທຶນເຂົ້າເຂດອຸດສາຫະກຳ ຫວູງອາງ, ໜູນຊ່ວຍວິສາຫະກິດຟື້ນຟູການຜະລິດ.

        “ແຂວງ ຮ່າຕິ້ງ ຕ້ອງພ້ອມກັບແຂວງ ເງະອານ, ແທັງຮວາ ສ້າງເຂດເຕີບໂຕອຸດສາຫະກຳທີ່ຫາກໍ່ພົ້ນເດັ່ນຂອງທົ່ວປະເທດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ຮ່າຕິ້ງ ຄວນຍູ້ແຮງພື້ນຖານພັດທະນາຂອງແຂວງກວ່າອີກໃຫ້ເໝາະສົມ, ໃນນັ້ນມີການຜະລິດ, ບໍລິໂພກ ແລະ ການສົ່ງອອກ. ພົນລະເມືອງຂອງແຂວງແມ່ນບໍ່ຫຼາຍ ຕ້ອງກຳນົດທິດແມ່ນການສົ່ງອອກ. ໃນໄລຍະຜ່ານມາ, ການສົ່ງອອກເພີ່ມຂຶ້ນ 66% ໃນນັ້ນຕົ້ນຕໍແມ່ນເຫຼັກກ້າ. ສະນັ້ນ, ມີຫຼາຍຜະລິດຕະພັນມີເຄື່ອງໝາຍການຄ້າ, ຕ້ອງມີຫຼາຍຜະລິດຕະພັນບັນລຸ OCOP ເພື່ອສົ່ງອອກ”.

ຕອບກັບ

ຂ່າວ/ບົດ​ອື່ນ