ຮ້ານວາງສະແດງສິນຄ້າຫວຽດນາມສ້າງຄວາມປະທັບໃຈກັບນັກທ່ອງທ່ຽວທີ່ງານບຸນອາຊີຢູ່ອາເມລິກາ

ຮ້ານວາງສະແດງສິນຄ້າຫວຽດນາມສ້າງຄວາມປະທັບໃຈກັບນັກທ່ອງທ່ຽວທີ່ງານບຸນອາຊີຢູ່ອາເມລິກາ - ảnh 1
(ພາບ​ປະ​ກອບ)

(vovworld) –​ ​ ​​​​​ວັນ​ທີ 21/02, ຢູ່​ນະ​ຄອນ​ຫຼວງ​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ ໄດ້​ຈັດ​ງານ​ບຸນ​ອາ​ຊ​ີ, ເປັນ​ຂີດ​ໝາຍ​ເລີ່ມ​ຕົ້ນ​ຂອງ​​ປີ​ໃໝ່​ປະ​ຈຳ​ຊາດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 4 ປະ​ເທດ​ຈີນ, ສ.ເກົາ​ຫຼີ, ມົງ​ໂກນ ແລະ ຫວຽດ​ນາມ. ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ແມ່ນ​ການ​ຕອບ​ຖາມ​ໂດຍ​ກົງ​ລະ​ຫວ່າງ​ແຂກ​ເຂົ້າ​ຮ່ວມ​ ກັບ​ບັນ​ດາ​ນັກ​ຊ່ຽວ​ຊ​ານ​ຄົ້ນ​ຄວ້າ​ສັດ ກ່ຽວ​ກັບ​ລັກ​ສະ​ນະ​ເປັນ​ເອ​ກະ​ພາບ​ຂອງ​ບັນ​ດາ​ສັດ​ມີ​ນົມ.

      ເຂດ​ວາງ​ສະ​ແ​ດງ​ພາບ​​ພື້ນ​ເມືອງ ດົງ​ໂຮ່ ແລະ ​ໂຄມ​ໄຟ ໂຮ້ຍ​ອານ ຂອງ​ຄະ​ນະ​ຫວຽດ​ນາມ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ແຂກ​ເຂົ້າ​ຮ່ວມ. ມາ​ຢ້ຽມ​ຢາມ​ເຂດ​ວາງ​ສະ​ແດງ​ຂອງ​ຫວຽດ​ນາມ, ແຂກ​ຢ້ຽມ​ຊົມ​ໄດ້​ຊອກ​ຮູ້​ສິ​ລະ​ປະພິມ​ພາບ​ພື້​ນ​ເມືອງ​ດົງ​ໂຮ່ ກໍ​ຄື​ໄດ້​ຮັບ​ພາບ​ພິມ​ຕາມ​ໃຈ​ເລືອກ. ບັນ​ດາ​ນັກ​ສຶກ​ສາ​ຊາວອ​າ​ເມ​ລິກ​າ ແລະ ຊາວ​ອາ​ເມ​ລິ​ກາ ເຊື້ອ​ຊາດ​ຫວຽດ​ນາມ ໄດ້​ໜູນ​ຊ່ວຍ​ຄະ​ນະ​ຫວຽດ​ນາມ ທີ່​ງານ​ບຸນນີ້​ກໍ​ສະ​ແດງ​ຄວາມນິ​ຍົມ​ພາບ​ພື້ນ​ເມືອງ ດົງ​ໂຮ່, ຖື​ວ່າ ນີ້​ແມ່ນ​ຜະ​ລິດ​​ຕະ​ພັນ​​ບໍ່​ພຽງ​ແຕ່​ມ​ີ​ຄຸນ​ຄ່​າ​ທາງ​ດ້ານ​ສິ​ລະ​ປະ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ລັກ​ສະ​ນະ​ສຶກ​ສາ​ໃຫ້​ເດັ​ກ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ