ຮາມາດ ຮຽກຮ້ອງປະຊາຄົມສາກົນ ຊ່ວຍຢຸດຕິການສູ້ຮົບຢູ່ເຂດ ກາຊາ

(VOVWORLD) -ວັນທີ 8 ທັນວາ ຮາມາດ ໄດ້ຮຽກຮ້ອງ ສະພາຄວາມໝັ້ນຄົງ ສປຊ ຊ່ວຍຢຸດຕິ “ການສູ້ຮົບທີ່ນອງເລືອດຢູ່ເຂດ” ກາຊາ ຊື່ງເຮັດໃຫ້ຊາວ ປາແລດສະຕິນ ກວ່າ 17.400 ຄົນເສຍຊີວິດ ພາຍຫລັງປະທະກັນມາເປັນເວລາ 2 ເດືອນ. 
ຮາມາດ ຮຽກຮ້ອງປະຊາຄົມສາກົນ ຊ່ວຍຢຸດຕິການສູ້ຮົບຢູ່ເຂດ ກາຊາ - ảnh 1ການບຸກໂຈມຕີທາງອາກາດ ຂອງ ອິດສະຣາແອນ ຢູ່ ເຂດ ກາຊາ. ພາບ: THX/TTXVN

 ຖະແຫລງການຂອງຫ້ອງການສື່ສານ ຮາມາດ ຊີ້ແຈ້ງ: ຂະບວນການນີ້ ໄດ້ຮຽກຮ້ອງ ສະພາຄວາມໝັ້ນຄົງ, ປະຊາຄົມສາກົນ ແລະ ທຸກປະເທດໃນໂລກ ຊ່ວຍຢຸດຕິການສູ້ຮົບອັນນອງເລືອດປະຈຸບັນ ແລະ ກູ້ເອົາເຂດ ກາຊາ ກ່ອນທີ່ສະພາບຕົກເຂົ້າສູ່ຄວາມຊົ່ວຮ້າຍ.

ຮາມາດ ຍົກອອກຖະແຫລງການດັ່ງກ່າວກ່ອນທີ່ ສະພາຄວາມໝັ້ນຄົງ ສປຊ ດຳເນີນການປ່ອນບັດກ່ຽວກັບຮ່າງມະຕິຮຽກຮ້ອງການຢຸດຍິ່ງແບບມະນຸດສະທຳ ຢູ່ເຂດ ກາຊາ.

ໃນຂະນະນັ້ນ ວັນທີ 8 ທັນວາ, ອາເມລິກາ ໄດ້ຜັນຂະຫຍາຍເຮືອບິນສູ້ຮົບອີກລຳຫນຶ່ງ ເພື່ອຂົນສົ່ງເຄື່ອງຊ່ວຍເຫລືອມະນຸດສະທຳ ລວມມີ ອາຫານ, ນ້ຳດຶ່ມ ແລະ ຢຸກຢາໃຫ້ແກ່ປະຊາຊົນ ຢູ່ເຂດ ກາຊາ.

 

ຕອບກັບ

ຂ່າວ/ບົດ​ອື່ນ