ຮາມາດ ແລະ ຟາຕາ ຈະເຂົ້າຮ່ວມການພົບປະລະຫວ່າງບັນດາພັກຝ່າຍຂອງ ປາແລດສະຕິນ ຢູ່ລັດເຊຍ

(VOVWORLD) - ກຳລັງນີ້ໄດ້ສະແດງລັກສະນະມີໄຫວພິບ ໃນການເຈລະຈາກ່ຽວກັບການປະທະກັນຢູ່ເຂດ ກາຊາ, ແຕ່ກໍ່ກຽມພ້ອມສືບຕໍ່ຕໍ່ສູ້ເພື່ອປະຊາຊົນ.
ຮາມາດ ແລະ ຟາຕາ ຈະເຂົ້າຮ່ວມການພົບປະລະຫວ່າງບັນດາພັກຝ່າຍຂອງ ປາແລດສະຕິນ ຢູ່ລັດເຊຍ - ảnh 1ບັນດາມືປືນຂອງ ຮາມາດ
(ພາບ:IRNA/TTXVN)

ວັນທີ 28 ກຸມພາ, ທ່ານ Mikhail Bogdanov, ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ໃຫ້ຮູ້ວ່າ: ບັນດາຜູ້ຕາງໜ້າຂອງຂະບວນການ ອິດສະລາມ ຮາມາດ ແລະ ຂະບວນການປົດປ່ອຍຊາດ ປາແລດສະຕິນ (ຟາຕາ) ຈະເຂົ້າຮ່ວມການພົບປະລະຫວ່າງບັນດາພັກຝ່າຍຂອງ ປາແລດສະຕິນ ຢູ່ມົດສະກູ, ເຊິ່ງຈັດຂຶ້ນໃນວັນທີ 29 ກຸມພານີ້. ແນວໂຮມປະຊາທິປະໄຕ ປົດປ່ອຍ ປາແລດສະຕິນ (DFLP) ຢັ້ງຢືນວ່າ ໄດ້ຮັບຄຳເຊີນ ແລະ ໃຫ້ຮູ້ວ່າ: ການພົບປະຈັດຂຶ້ນໃນວັນທີ 29 ກຸມພາ ຢູ່ ມົດສະກູ. ແນວໂຮມປະຊາຊົນປົດປ່ອຍ ປາແລດສະຕິນ (PFLP) ກໍ່ຖະແຫຼງເຂົ້າຮ່ວມການພົບປະຄັ້ງນີ້.

        ແລະກໍ່ໃນວັນທີ 28 ກຸມພາ, ທ່ານ Ismail Haniyeh, ຜູ້ນຳໜ້າ ຮາມາດ ໃຫ້ຮູ້ວ່າ: ກຳລັງນີ້ໄດ້ສະແດງລັກສະນະມີໄຫວພິບ ໃນການເຈລະຈາກ່ຽວກັບການປະທະກັນຢູ່ເຂດ ກາຊາ, ແຕ່ກໍ່ກຽມພ້ອມສືບຕໍ່ຕໍ່ສູ້ເພື່ອປະຊາຊົນ. ທ່ານ Haniyeh ຖືວ່າ: ເລື່ອງ ອິດສະຣາແອນ ສະກັດກັ້ນເຄື່ອງອຸປະຖຳໄປຍັງເຂດ ກາຊາ ແມ່ນ “ນະໂຍບາຍທີ່ມີເຈດຕະນາ” ແລະ ຮຽກຮ້ອງແກນຕໍ່ຕ້ານທີ່ປະກາດຕົວເອງ, ລວມມີ: Hezbollah ຢູ່ Lebanon, Houthi ຢູ່ Yemen ແລະ ກຳລັງຕໍ່ຕ້ານ ອິດສະລາມ ຢູ່ Iraq, ກໍ່ຄືບັນດາປະເທດ ອາຣັບ ເພີ່ມທະວີການໜູນຊ່ວຍໃຫ້ແກ່ຊາວ ປາແລດສະຕິນ ຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ