ຮາ​ມາດ​ສ ​ຄັດ​ຄ້ານຂໍ້​ມູນ​ຂ່າວ​ຖອນ​ຕົວອອກ​ຈາກ​ການ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ຢຸ​ດ​ຍິງ

(VOVWORLD) - ວັນທີ 14 ກໍລະກົດ, ຂະບວນການອິດສະລາມ ຮາມາດສ ປະຕິເສດບັນດາຂໍ້ມູນທີ່ໄດ້ຍົກອອກມາກ່ອນໜ້ານັ້ນ ກ່ຽວກັບເລື່ອງຂະບວນການນີ້ “ຢຸດຕິ” ບັນດາການເຈລະຈາຢຸດຍິງກັບ ອິດສະຣາແອັນ ພາຍຫຼັງເຫດບຸກໂຈມຕີຂະໜາດໃຫຍ່ຂອງກອງທັບປະເທດນີ້ເຂົ້າໃສ່ນະຄອນ Khan Younis ຢູ່ທາງທິດໃຕ້ເຂດ ກາຊາ. 
ຮາ​ມາດ​ສ ​ຄັດ​ຄ້ານຂໍ້​ມູນ​ຂ່າວ​ຖອນ​ຕົວອອກ​ຈາກ​ການ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ຢຸ​ດ​ຍິງ - ảnh 1ນະຄອນ Khan Younis ພາຍຫຼັງບັ້ນບຸກໂຈມຕີ ໃນວັນທີ  13/7/2024 (ພາບ: THX/TTXVN)

ທ່ານ Izzat al – Rishq, ສະມາຊິກຂອງຫ້ອງການການເມືອງ ຮາມາດສ ໄດ້ອອກແຈ້ງການຊີ້ແຈ້ງຂໍ້ມູນທັງໝົດທີ່ໄດ້ຍົກອອກມາກ່ອນໜ້ານັ້ນ ກ່ຽວກັບເລື່ອງ ຂະບວນການນີ້ ຕັດສິນໃຈຢຸດຕິການເຈລະຈາເພື່ອໂຕ້ຕອບການບຸກໂຈມຕີຂອງ ອິດສະຣາແອັນ ເຂົ້າໃສ່ຄ້າຍລີ້ໄພ Al – Mawasi ແມ່ນບໍ່ມີຫຼັກຖານ. ທ່ານເວົ້າຕື່ມອີກວ່າ ຝ່າຍ ອິດສະຣາແອັນ ພວມພະຍາຍາມກີດຂວາງເລື່ອງບັນລຸໄດ້ຂໍ້ຕົກລົງເພື່ອເພີ່ມທະວີການບຸກໂຈມຕີຢູ່ເຂດ ກາຊາ.

              ຕາມຕົວເລກຂອງອົງການສາທາລະນະສຸກ ກາຊາ, ຊາວ ປາແລັດສະຕິນ ເສຍຊີວິດ 90 ຄົນ ແລະ ມີປະມານ 300 ຄົນຮັບບາດເຈັບ ພາຍຫຼັງເຫດບຸກໂຈມຕີນີ້ຂອງ ອິດສະຣາແອັນ. ຝ່າຍ ອິດສະຣາແອັນ ໃຫ້ຮູ້ວ່າ ເປົ້າໝາຍບຸກໂຈມຕີແມ່ນ ຜູ້ບັນຊາການທະຫານຂອງ ຮາມາດສ, ທ່ານ Mohammed Deif ແລະ ພວມລໍຖ້າບົດລາຍງານກ່ຽວກັບຜົນຂອງບຸກໂຈມຕີນີ້.


ຕອບກັບ

ຂ່າວ/ບົດ​ອື່ນ