ຮ່າໂນ້ຍ, ກວາງນິງ ກວດກາວຽກງານກະກຽມໃຫ້ແກ່ SEA Games 31

(VOVWORLD) -ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈຸງອັກແອງ ໄດ້ລົງໄປກວດກາພື້ນຖານດ້ານວັດຖຸ ແລະ ລະດົມກຳລັງໃຈນັກກິລາບັນດາທິມກິລາແຫ່ງຊາດ ທີ່ກະກຽມໃຫ້ແກ່ SEA Games 31
ຮ່າໂນ້ຍ, ກວາງນິງ ກວດກາວຽກງານກະກຽມໃຫ້ແກ່ SEA Games 31 - ảnh 1ທ່ານ ຈຸງອັກແອງ ລົງໄປກວດກາພື້ນຖານດ້ານວັດຖຸ ແລະ ລະດົມກຳລັງໃຈນັກກິລາ
(ພາບ: TTXVN)

ວັນທີ 03 ພຶດສະພາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈຸງອັກແອງ ໄດ້ລົງໄປກວດກາພື້ນຖານດ້ານວັດຖຸ ແລະ ລະດົມກຳລັງໃຈນັກກິລາບັນດາທິມກິລາແຫ່ງຊາດ ທີ່ກະກຽມໃຫ້ແກ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31) ທີ່ຝຶກແອບຢູ່ສູນຝຶກແອບ ແລະ ແຂ່ງຂັນກິລາກາຍຍະກຳ ຮ່າໂນ້ຍ; ສະໜາມກິລາໃນຮົ່ມເມືອງ ບັກຕືລຽມ ແລະ ເກົ່າໄຢ.

ຮ່າໂນ້ຍ, ກວາງນິງ ກວດກາວຽກງານກະກຽມໃຫ້ແກ່ SEA Games 31 - ảnh 2(ແຂວງ ກວາງນິງ ຝຶກແອບນັກອາສາສະໝັກຮັບໃຊ້ການແຂ່ງຂັນກິລາ)

ສ່ວນຢູ່ແຂວງ ກວາງນິງ ໄດ້ສຳເລັດການກະກຽມພື້ນຖານດ້ານວັດຖຸ, ສະໜາມແຂ່ງຂັນ, ສະໜາມຝຶກແອບ, ສະຖານທີ່ພັກຜ່ອນ, ກິນດື່ມ ແລະ ຝຶກອົບຮົມນັກອາສາສະໝັກຮັບໃຊ້ປະເພດກິລາບານເຕະຍິງ. ສະຫະພັນບານເຕະ ຫວຽດນາມ ໄດ້ສົມທົບກັບຄະນະຈັດຕັ້ງທ້ອງຖິ່ນຜັນຂະຫຍາຍການຝຶກອົບຮົມດ້ານວິຊາການໃຫ້ບັນດານັກອາສາສະໝັກທີ່ໜູນຊ່ວຍວຽກງານຈັດຕັ້ງການແຂ່ງຂັນກິລາປະເພດບານເຕະຍິງຂອງ SEA Games 31.

ຕອບກັບ

ຂ່າວ/ບົດ​ອື່ນ