ຮ່າ​ໂນ້ຍ ຈັດການ​ຍິງບັ້ງ​ໄຟ​ດອກຢູ່ 30 ແຫ່ງ ໃນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ປີ​ມະ​ໂລງ

(VOVWORLD) -  ໃນບໍລິເວນນະຄອນ ມີບ່ອນຍິງບັ້ງໄຟດອກທັງໝົດ 30 ແຫ່ງ ເພື່ອແນໃສ່ສ້າງບັນຍາກາດໃຫ້ປະຊາຊົນນະຄອນ ຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງເບີກບານມ່ວນຊື່ນ.
ຮ່າ​ໂນ້ຍ ຈັດການ​ຍິງບັ້ງ​ໄຟ​ດອກຢູ່ 30 ແຫ່ງ ໃນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ປີ​ມະ​ໂລງ - ảnh 1(ພາບປະກອບ: TTXVN)

ນະຄອນ ຮ່າໂນ້ຍ ຫາກໍປະກາດແຜນການຈັດການຍິງບັ້ງໄຟດອກ ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະໂລງ 2024. ຕາມນັ້ນແລ້ວ, ໃນບໍລິເວນນະຄອນ ມີບ່ອນຍິງບັ້ງໄຟດອກທັງໝົດ 30 ແຫ່ງ ເພື່ອແນໃສ່ສ້າງບັນຍາກາດໃຫ້ປະຊາຊົນນະຄອນ ຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງເບີກບານມ່ວນຊື່ນ.

ການຍິງບັ້ງໄຟດອກດັ່ງກ່າວ ຈະດຳເນີນໃນເວລາ 15 ນາທີ ແຕ່ 00 ໂມງ 00 ນາທີ ຫາ 00 ໂມງ 15 ນາທີ ໃນວັນທີ 10 ກຸມພາ 2024 ເຊິ່ງເປັນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ປີມະໂລງ. ທາງນະຄອນ ຮຽກຮ້ອງໃຫ້ນຳໃຊ້ແຫຼ່ງເງິນທີ່ລະດົມມາໄດ້ຈາກແຫຼ່ງກຳລັງຕ່າງໆໃນສັງຄົມ ເຊັ່ນ ຫົວໜ່ວຍກົມກອງ, ວິສາຫະກິດ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງຄົມມະນາຄົມ ຢູ່ບັນດາສະຖານທີ່ຍິງບັ້ງໄຟດອກໃນທົ່ວນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ