ຮ່າ​ໂນ້ຍ ຈະເລີ່ມ​ຕິດ​ຕັ້ງGPS ຕິດ​ຕາມກວ​ດ​ກາເພື່ອ​ສະ​ກັດ​ກັ້ນ ແລະ ຄວບ​ຄຸມ​ໂລກ​ລະ​ບາດ Covid-19

(VOVWORLD) -ຄາດວ່າ ໃນຊຸມວັນຈະມາເຖິງ, ນະຄອນຮ່າໂນ້ຍ ຈະຕ້ອນຮັບ ແລະ ຈັດຕັ້ງການແຍກຕົວພົນລະເມືອງກວ່າ 10,000 ຄົນທີ່ກັບມາປະເທດ ໃຫ້ຢູ່ຕ່າງຫາກ ເພື່ອສະກັດກັ້ນໂລກລະບາດ Covid-19.
ຮ່າ​ໂນ້ຍ ຈະເລີ່ມ​ຕິດ​ຕັ້ງGPS ຕິດ​ຕາມກວ​ດ​ກາເພື່ອ​ສະ​ກັດ​ກັ້ນ ແລະ ຄວບ​ຄຸມ​ໂລກ​ລະ​ບາດ Covid-19 - ảnh 1 ກອງປະຊຸມຄະນະຊີ້ນຳສະກັດກັ້ນ ແລະ ຄວບຄຸມໂລກລະບາດ Covid-19 ຈັດຂຶ້ນໃນຕອນຄ່ຳວັນທີ 18 ມີນາ (ພາບ: VOV)

        ກ່າວຄຳເຫັນທີ່ກອງປະຊຸມຄະນະຊີ້ນຳສະກັດກັ້ນ ແລະ ຄວບຄຸມໂລກລະບາດ Covid-19, ຕອນຄ່ຳວັນທີ 18 ມີນາ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຮຽກຮ້ອງໃຫ້ເພີ່ມທະວີບັນດາມາດຕະການຕິດຕາມກວດກາການຈັດຕັ້ງການແຍກຕົວອອກຢູ່ຕ່າງຫາກຢ່າງແຮງ. ຄຸ້ມບ້ານຕ່າງໆເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ແກ່ພົນລະເມືອງມີຄວາມຕື່ນຕົວໃນການແຈ້ງອາການສຸຂະພາບ. ບັນດາໜ່ວຍການເຄື່ອນທີ່ ຈົ່ງເພີ່ມທະວີການເວນຍາມຕະຫຼອດ 24 ຊົ່ວໂມງ. ທ່ານ ຫງວຽນດຶກຈູງ ຮຽກຮ້ອງໃຫ້ຈັດຕັ້ງການແຍກຕົວອອກຢູ່ຕ່າງຫາກໂດຍໄວ, ສຸມໃສ່ການກວດພົບກໍລະນີທີ່ມີອາການ ໄອ, ເປັນໄຂ້; ສຳລັບບຸກຄົນທີ່ກັບມາຈາກຕ່າງປະເທດ ແມ່ນຮຽກຮ້ອງໃຫ້ແຈ້ງອາການສຸຂະພາບ ແລະ ແຍກຕົວອອກຢູ່ກັບທີ່ບ່ອນພັກອາໄສ. ນອກຈາກນັ້ນ, ນະຄອນຮ່າໂນ້ຍ ກໍຈະເລີ່ມນຳໃຊ້ລະບົບຕິດຕາມກວດກາວົງຄະນະຍາດ ດ້ວຍ GPS ເພື່ອຕິດຕາມກວດກາຢູ່ບ່ອນພັກອາໄສ. ບໍ່ພຽງແຕ່ເທົ່ານັ້ນ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ກໍຕົກລົງສ້າງຕັ້ງບ່ອນແຍກຕົວອອກຢູ່ຕ່າງຫາກຕື່ມອີກ 2 ແຫ່ງ ເຊິ່ງສາມາດບັນຈຸໄດ້ 2800 ຄົນ.

        ຄາດວ່າ ໃນຊຸມວັນຈະມາເຖິງ, ນະຄອນຮ່າໂນ້ຍ ຈະຕ້ອນຮັບ ແລະ ຈັດຕັ້ງການແຍກຕົວພົນລະເມືອງກວ່າ 10,000 ຄົນທີ່ກັບມາປະເທດ ໃຫ້ຢູ່ຕ່າງຫາກ ເພື່ອສະກັດກັ້ນໂລກລະບາດ Covid-19.


 

ຕອບກັບ

ຂ່າວ/ບົດ​ອື່ນ