ຮ່າໂນ້ຍ ຍາດໄດ້ 3 ລາງວັນຂອງອົງການລາງວັນທ່ອງທ່ຽວໂລກປີ 2023

(VOVWORLD) - ນີ້ແມ່ນປີທຳອິດທີ່ພະແນກທ່ອງທ່ຽວ ຮ່າໂນ້ຍ ເປັນກຽດໄດ້ຮັບການສະໝັກຮັບເລືອກຕັ້ງ ແລະ ໄດ້ຮັບລາງວັນ ອົງການຄຸ້ມຄອງການທ່ອງທ່ຽວແຖວໜ້າ ອາຊີ
ຮ່າໂນ້ຍ ຍາດໄດ້ 3 ລາງວັນຂອງອົງການລາງວັນທ່ອງທ່ຽວໂລກປີ 2023 - ảnh 1ຜູ້ແທນ ຫວຽດນາມ ຮັບລາງວັນ
(ພາບ:  bvhttdl.gov.vn)

ຕອນຄ່ຳວັນທີ 6 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ຈັດການມອບລາງວັນ World Travel Awards 2023 (WTA) ພາກພື້ນ ອາຊີ ແລະ ທະວີບ ມະຫາສະໝຸດ. ນະທີ່ນີ້, ອົງການທ່ອງທ່ຽວໂລກ ( World Travel Award) ໄດ້ມອບ 3 ລາງວັນໃຫ້ແກ່ ຮ່າໂນ້ຍ, ຄື: ສະຖານທີ່ທ່ອງທ່ຽວນະຄອນ ແຖວໜ້າຂອງ ອາຊີ ປີ 2023, ສະຖານທີ່ທ່ອງທ່ຽວນະຄອນແຖວໜ້າ ອາຊີ ສຳລັບການທ່ອງທ່ຽວໄລຍະສັ້ນປີ 2023 ແລະ ອົງການຄຸ້ມຄອງການທ່ອງທ່ຽວແຖວໜ້າ ອາຊີ. ນີ້ແມ່ນປີທຳອິດທີ່ພະແນກທ່ອງທ່ຽວ ຮ່າໂນ້ຍ ເປັນກຽດໄດ້ຮັບການສະໝັກຮັບເລືອກຕັ້ງ ແລະ ໄດ້ຮັບລາງວັນ ອົງການຄຸ້ມຄອງການທ່ອງທ່ຽວແຖວໜ້າ ອາຊີ. ບັນດາລາງວັນນີ້ລ້ວນແຕ່ແມ່ນລາງວັນສຳຄັນໃນລະບົບບັນດາລາງວັນຂອງ WTA, ສຸມໃສ່ຕີລາຄາບັນດາຄາດໝາຍກ່ຽວຂ້ອງເຖິງການດຶງດູດຂອງບັນດາການເຄື່ອນໄຫວການທ່ອງທ່ຽວຜັກຜ່ອນໄລຍະສັ້ນຄື: ການທ່ອງທ່ຽວກາງຄືນ, ທ່ອງທ່ຽວກ່ຽວກັບ ອາຫານການກິນ…, ຄົ້ນຫາເຂດຕົວເມືອງ ສຳລັບບັນດານະຄອນຂອງ ພາກພື້ນ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ