ຮ່າໂນ້ຍ ຍູ້ແຮງການຮ່ວມມືກັບສະພາສົ່ງເສີມການທ່ອງທ່ຽວ ອາຊີ

(VOVWORLD) - ສະພາບການພັດທະນາການທ່ອງທ່ຽວຂອງ ຮ່າໂນ້ຍ ໃນໄລຍະຜ່ານມາ ພ້ອມທັງແບ່ງປັນກ່ຽວກັບແຜນການພັດທະນາການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງ ຮ່າໂນ້ຍ.
ຮ່າໂນ້ຍ ຍູ້ແຮງການຮ່ວມມືກັບສະພາສົ່ງເສີມການທ່ອງທ່ຽວ ອາຊີ - ảnh 1ທີ່ການຕ້ອນຮັບ (ພາບ: KTĐT)

ຕອນບ່າຍວັນທີ 05 ກັນຍາ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໂງວັນກູຍ ໄດ້ໃຫ້ການຕ້ອນຮັບທ່ານ Yuji Fujita ປະທານສະພາສົ່ງເສີມການທ່ອງທ່ຽວ ອາຊີ, ຜູ້ຫົວໜ້າໃຫຍ່ກົມອຸດສາຫະກຳ ແລະ ແຮງງານ, ອຳນາດການປົກຄອງຕົວເມືອງ ໂຕກຽວ ກ່ອນທີ່ດຳເນີນກອງປະຊຸມສະພາສົ່ງເສີມການທ່ອງທ່ຽວ ອາຊີ ຄັ້ງທີ 16 (CPTA 16) ຢູ່ ຮ່າໂນ້ຍ.

        ທີ່ການຕ້ອນຮັບ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໂງວັນກູຍ ໄດ້ແຈ້ງໃຫ້ທ່ານ Yuji Fujita ຮັບຊາບກ່ຽວກັບສະພາບການພັດທະນາການທ່ອງທ່ຽວຂອງ ຮ່າໂນ້ຍ ໃນໄລຍະຜ່ານມາ ພ້ອມທັງແບ່ງປັນກ່ຽວກັບແຜນການພັດທະນາການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງ ຮ່າໂນ້ຍ. ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໂງວັນກູຍ ໃຫ້ຮູ້ວ່າ: ຮ່າໂນ້ຍ ຈະສືບຕໍ່ຍູ້ແຮງເລື່ອງປະຕິບັດ 5 ເປົ້າໝາຍໃຫຍ່.

        ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໂງວັນກູຍ ກໍ່ສະແດງໃຫ້ເຫັນຄວາມປາດຖະໜາ ຜ່ານກອງປະຊຸມ CPTA ຄັ້ງທີ 16, ບັນດານະຄອນເປັນສະມາຊິກຈະຕັ້ງໜ້າໃຫ້ຫລາຍກ່ວາອີກໃນວຽກງານສົມທົບ, ໜູນຊ່ວຍເຊິ່ງກັນແລະກັນ ເພື່ອພັດທະນາການທ່ອງທ່ຽວ.

        ກອງປະຊຸມສະພາສົ່ງເສີມການທ່ອງທ່ຽວ ອາຊີ ຄັ້ງທີ 16 ຈະດຳເນີນຢູ່ຮ່າໂນ້ຍແຕ່ວັນທີ 06 – 09 ກັນຍາ ດ້ວຍການເຂົ້າຮ່ວມຂອງບັນດານະຄອນເປັນສະມາຊິກ ນັ້ນແມ່ນ: ໂຕກຽວ, ກົວລາລຳເປີ, ຈາກາຕາ, ໄທເປ, ມານີລາ ແລະ ຮ່າໂນ້ຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ