ຮ່າໂນ້ຍ ຕິດຕາມກວດກາບັນດາກໍລະນີໄປແລະມາຈາກເຂດເກີດພະຍາດຢູ່ສ.ເກົາຫຼີ

(VOVWORLD) -ບັນດາກໍລະນີທີ່ມາຈາກນະຄອນ Daegu ແລະ ແຂວງ Gyeongsangbuk (ເຂດເກີດມີເຊື້ອພະຍາດຢູ່ສ.ເກົາຫຼີ), ຄວນໄດ້ຮັບການຄວບຄຸມຕິດຕາມຢ່າງເຄັ່ງຂັດ.
ຮ່າໂນ້ຍ ຕິດຕາມກວດກາບັນດາກໍລະນີໄປແລະມາຈາກເຂດເກີດພະຍາດຢູ່ສ.ເກົາຫຼີ - ảnh 1(ພາບປະກອບ: TTXVN)

ຕອນບ່າຍວັນທີ 23 ກຸມພາ, ທີ່ກອງປະຊຸມຄະນະທີ່ຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດ Covid - 19 ນະຄອນຮ່າໂນ້ຍ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ, ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດ Covid - 19, ໂດຍສະເພາະແມ່ນຢູ່ສ.ເກົາຫຼີ ແລະ ຍີ່ປຸ່ນ, ທາງນະຄອນຕ້ອງອັບເດັດບັນດາວຽກງານທີ່ໄດ້ເຮັດແລ້ວ ແລະ ພວມເຮັດ, ຊາບຊຶມເນື້ອໃນວຽກງານເພື່ອຜັນຂະຫຍາຍໂດຍໄວ, ນຳໃຊ້ບັນດາມາດຕະການປ້ອງກັນຕ້ານການຕິດເຊື້ອພະຍາດ. ພິເສດ, ບັນດາກໍລະນີທີ່ມາຈາກນະຄອນ Daegu ແລະ ແຂວງ Gyeongsangbuk (ເຂດເກີດມີເຊື້ອພະຍາດຢູ່ສ.ເກົາຫຼີ), ຄວນໄດ້ຮັບການຄວບຄຸມຕິດຕາມຢ່າງເຄັ່ງຂັດ. ທ່ານ ຫງວຽນດຶກຈູງ, ກ່າວວ່າ.

          “ຕຳຫຼວດຮ່າໂນ້ຍ ໄດ້ຊີ້ນຳຕຳຫຼວດບັນດາເມືອງ, ຕຳຫຼວດທ້ອງຖິ່ນ, ຄະນະຄຸມຄອງບັນດາຕຶກຄອນໂດໃຫ້ຄວບຄຸມບັນດາເຂດມີຊາວຕ່າງປະເທດອາໄສ, ຮ່ຳຮຽນ ແລະ ເຮັດວຽກ ດ້ວຍທິດນຳທີ່ວ່າ ກຳແໜ້ນບັນຊີລາຍຊື່ຊາວຕ່າງປະເທດຢູ່ແຕ່ລະບ່ອນ. ບັນດາໂຮງແຮມຕ້ອງຈົດບັນທຶກແຜນການໄປມາຂອງນັກທ່ອງທ່ຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ