ຮ່າໂນ້ຍ ຕອບສະໜອງ ວັນໂລກປ້ອງກັນ ແລະ ຕ້ານການຕິດເຊື້ອ ແຮັດໄອວີ/ໂລກເອດ

ຮ່າໂນ້ຍ ຕອບສະໜອງ ວັນໂລກປ້ອງກັນ ແລະ ຕ້ານການຕິດເຊື້ອ ແຮັດໄອວີ/ໂລກເອດ - ảnh 1
(ພາບ: anninhthudo.vn)

       ໂດຍ​ຕອບ​ສະໜອງ​ເດືອນ​​ເຄື່ອນ​ໄຫວ​ປ້ອງ​ກັນ​ແລະ​ຕ້ານ​ການ​ຕິດ​ເຊື້ອ ​ແຮັດ​ໄອ​ວີ/​ໂລກ​ເອດ​ແຫ່ງ​ຊາດ ​ເນື່ອງ​ໃນ​ໂອກາດ​ວັນ​ໂລກ ປ້ອງ​ກັນ​ແລະ​ຕ້ານ​ການ​ຕິດ​ເຊື້ອແຮັດ​ໄອ​ວີ/​ໂລກ​ເອດ(1/12),ຕອນ​ເຊົ້າ​ວັນ​ທີ່ 27/11 ຢູ່ ຮ່າໂນ້ຍໄດ້ຈັດພິທີ ປຸກລະດົມ “ ເພື່ອ ຮ່າໂນ້ຍ ບໍ່ມີຜູ້ຕິດ​ເຊື້ອ ​ແຮັດ​ໄອ​ວີໃໝ່  ”. ເດືອນ​​ເຄື່ອນ​ໄຫວ​ປ້ອງ​ກັນ​ແລະ​ຕ້ານ​ການ​ຕິດ​ເຊື້ອ ​ແຮັດ​ໄອ​ວີ/​ໂລກ​ເອດ​ແຫ່ງ​ຊາດ ປີ​ນີ້​ມີ​ຫົວ​ເລື່ອງ​ວ່າ “ ມຸ່ງ​​ໄປ​ສູ່​ຈຸດໝາຍ​ບໍ່​ມີ​ຜູ້​ຕິດ​ເຊື້ອ ​ແຮັດ​ໄອ​ວີ ”. ກ່າວ​ຄຳ​ເຫັນ ທີ່​ພິທີ​ປຸກລະດົມ, ທ່ານ ຟຸ່ງວັນ​ຮ່ວານ ຮອງ​ປະທານທັງ​ເປັນ​ຮອງ​ເລ​ຂາ​ທິການໃຫຍ່ ສະພາກາແດງຫວຽດນາມ ເວົ້າວ່າ : “ ສະພາບ​ການ​ຕິດ​ແປດ ​ເຊື້ອ ​ແຮັດ​ໄອ​ວີ/​ໂລກ​​ເອດ ​ເປັນ​ອັນ​ຕາລາ​ຍທີ່​ສຸດ, ​ແຕ່​ພວກ​ເຮົາ​ສາມາດ​ຄວບ​ຄຸມ​ແລະ​ສະກັດ​ກັ້ນ​ໄດ້. ບັນດາ​ມາດ​ຕະການ​ປ້ອງ​ກັນ ກໍ່​ແມ່ນ​ຢູ່​ໃນ​ຄວາມ​ຮັບ​ຮູ້​ຂອງ​​ແຕ່ລະຄົນ.ທຸກໆ​ຄົນ​ຈົ່ງ​ຮັກສາ​ສຸຂະພາບ​ຂອງ​ຕົນ​ເອງ, ທັງ​ນີ້​ກໍ່​ແມ່ນ​ເພື່ອ​ຮັກສາ​ສຸຂະພາບ​ຂອງ​ວົງ​ຄະນະ​ຍາດ ​ແລະ ປະກອບສ່ວນ​ສະກັດ​ກັ້ນ​ການ​ຕິດ​ແປດ​ຂອງ​​ໂລກລະບາດ ”

   ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ​ໄດ້​ຈັດ​ພິທີ​ຊຸມນຸມມິດ​ຕິງຕອບ​ສະໜອງ​ວັນ​ໂລກ ປ້ອງ​ກັນ​ແລະ​ຕ້ານ​ການ​ຕິດ​ເຊື້ອ ​ແຮັດ​ໄອ​ວີ/​ໂລກ​ເອດ.

ຂ່າວ/ບົດ​ອື່ນ