ຮ່າໂນ້ຍ ບັນລຸທັງໝົດຄາດໝາຍການພັດທະນາເສດຖະກິດ ສັງຄົມ

(VOVWORLD) -ການນຳນະຄອນຮ່າໂນ້ຍ ກໍ່ໄດ້ວາງຄາດໝາຍສູ້ຊົນ ປີ 2019, ລະດັບການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນນະຄອນ (GRDP) ເພີ່ມ 7,5% ຂຶ້ນໄປ

ເມື່ອຕີລາຄາກ່ຽວກັບ ໝາກຜົນການພັດທະນາເສດຖະກິດ - ສັງຄົມ ປີ 2018 ແລະ ໄລຍະ 2016-2018 ຂອງນະຄອນຮ່າໂນ້ຍ ທີ່ກອງປະຊຸມຄະນະບໍລິຫານງານອົງຄະນະພັກນະຄອນຮ່າໂນ້ຍ ຄັ້ງທີ 16, ໃນວັນທີ 28 ພະຈິກ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຮວ່າງຈຸງຫ໋າຍ ໃຫ້ຮູ້ວ່າ ທັງໝົດ 20 ຄາດໝາຍພັດທະນາເສດຖະກິດ - ສັງຄົມ ຂອງນະຄອນວາງອອກ  ຄາດວ່າລ້ວນແຕ່ບັນລຸ ແລະ ລື່ນກາຍແຜນການ. ພ້ອມກັນນັ້ນ, ເສດຖະກິດສືບຕໍ່ມີການເຕີບໂຕທີ່ດີ ແລະ ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ, ດຶງດູດການລົງທຶນ ບັນລຸໝາກຜົນພົ້ນເດັ່ນ, ນຳໜ້າທົ່ວປະເທດ ກ່ຽວກັບການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ(FDI). ຊີວິດການເປັນຢູ່ຂອງຊາວກະສິກອນ ນັບມື້ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນ ຢ່າງບໍ່ຢຸດຢັ້ງ, ລາຍຮັບສະເລ່ຍຕໍ່ຄົນ ໃນປີ2018 ຄາດບັນລຸ 46 ລ້ານດົ່ງ. ຄາດວ່າອັດຕາສ່ວນຄອບຄົວທຸກຍາກຢູ່ເຂດຊົນນະບົດຈະຫຼຸດລົງເຫຼືອພຽງ 1,6%.

ທີ່ກອງປະຊຸມ, ການນຳນະຄອນຮ່າໂນ້ຍ ກໍ່ໄດ້ວາງຄາດໝາຍສູ້ຊົນ ປີ 2019, ລະດັບການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນນະຄອນ (GRDP) ເພີ່ມ 7,5% ຂຶ້ນໄປ; ລະດັບການເພີ່ມຂຶ້ນຂອງເງິນລົງທຶນສັງຄົມ ໃນບໍລິເວນແມ່ນ 10,5-11%, ລະດັບການເຕີບໂຕຂອງວົງເງິນສົ່ງອອກແມ່ນ 7,5-8%.

 

ຕອບກັບ

ຂ່າວ/ບົດ​ອື່ນ