ຮ່າໂນ້ຍ ບູລະນະສ້ອມແປງເຮືອນບູຮານ ຢູ່ບ້ານບູຮານ ເດື່ອງເລີມ

ຮ່າໂນ້ຍ ບູລະນະສ້ອມແປງເຮືອນບູຮານ ຢູ່ບ້ານບູຮານ ເດື່ອງເລີມ - ảnh 1
ເຮືອນບູຮານ ເດື່ອງເລີມ
(ພາບ: chinhphu.vn)

(vovworld) - ​ເຮືອນ​ບູຮານ 10 ຫຼັງ ຢູ່​ບ້ານ​​ບູຮານ ​ເດື່ອງ​ເລີມ ​​​ເລີ່​ມໄດ້​ຮັບ​ການ​ບູລະນະ​ສ້ອມ​ແປງ ​ແຕ່​ເດືອນ 1 ​ແລະ ​ຈະແກ່ຍາວ​ຮອດ​ທ້າຍ​ປີ 2012 ຕາມ​ໂຄງການ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ໝູ່ບ້ານ​ບູຮານ ​ເດື່ອງ​ເລີມ ຂອງ​ເທດສະບານ ​ເຊີນ​ໄຕ, ນະຄອນຫຼວງ​ຮ່າ​ໂນ້ຍ. ນີ້​ແມ່ນ​ບັນດາ​ຫຼັງ​ຄາ​ເຮືອນ ມີ​ອາຍຸ​ແຕ່ 300 ປີ ຂຶ້ນ​ໄປ, ​ເຊິ່ງ​ໄດ້​ຊຸດ​ໂຊ​ມ ​ແລະ ອັນ​ໄດ້ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມສາມາດ​ອະນຸລັກ​ຮັກສາ​ມໍລະດົກ, ກໍ​ຄື​ຊີວິດ​ການ​ເປັນຢູ່​ຂອງ​ປະຊາຊົນ. ​ມູນ​ຄ່າ​ລົງທຶນ​​ໃຫ້​ແກ່ການ​ບູລະນະ​ສ້ອມ​​ແປງ​ໃຫ້​ແຕ່ລະ​ຫຼັງ​ຄາ​ເຮືອນ ຄິດສະ​ເລ່ຍ​ແມ່ນ 1 ຕື້​ດົ່ງ. ພາຍຫຼັງ​ບູລະນະ​ສຳ​ເລັດ, ປະຊາ​ຊົນ ​ແລະ ອຳນາດ​ການ​ປົກຄອງ​ພ້ອມ​ກັນ​​ຂຸດ​ຄົ້ນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ວັດທະນະທຳ, ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ