ຮ່າໂນ້ຍ ປະຕິບັດບັນດາມາດຕະການດຶງດູດການລົງທຶນຢ່າງຄົບຊຸດ

(VOVWORLD) -ໂດຍອີງໃສ່ການປະຕິບັດບັນດາມາດຕະການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງຄົບຊຸດ ໃນໄລຍະຜ່ານມາ
ຮ່າໂນ້ຍ ປະຕິບັດບັນດາມາດຕະການດຶງດູດການລົງທຶນຢ່າງຄົບຊຸດ - ảnh 1 (ພາບປະກອບ/ nhandan.com.vn)

 ວຽກງານດຶງດູດການລົງທຶນຢູ່ ຮ່າໂນ້ຍ ບັນລຸໄດ້ຜົນງານຢ່າງຕັ້ງໜ້າ, ຈຸດພິເສດນັ້ນ ການລົງທຶນໂດຍກົງຈາກຕ່າງປະເທດເຂົ້າ ຮ່າໂນ້ຍ ໃນປີ 2017 ບັນລຸຕົວເລກ 3,3 ກ່ວາຕື້ USD. ປີ 2018 ຮ່າໂນ້ຍ ສືບຕໍ່ເອົາໃຈໃສ່ເຖິງການປະຕິຮູບການບໍລິຫານ, ຍູ້ໄວລະບຽບການລົງທຶນ; ຮຽກຮ້ອງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາບັນດາເຂດອຸດສາຫະກຳ ເພື່ອແນໃສ່ແກ້ໄຂບັນຫາສິ່ງແວດລ້ອມ ແລະ ພັດທະນາບັນດາໝູ່ອາຊີບຢ່າງມີປະສິດທິຜົນ. ທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ສືບຕໍ່ສ້າງໂຄງປະກອບບັນດາຂະແໜງເສດຖະກິດຄືນໃໝ່, ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ສົ່ງເສີມການໜູນຊ່ວຍວິສາຫະກິດເລີ່ມທຸລະກິດ. ພ້ອມທັງ ປະຕິບັດບັນດາມາດຕະການເສດຖະກິດພູມປັນຍາ, ໝູນໃຊ້ເຕັກໂນໂລຢີສູງ ເພື່ອຍົກສູງສະມັດຕະພາບແຮງງານ”.


ຕອບກັບ

ຂ່າວ/ບົດ​ອື່ນ