ຮ່າໂນ້ຍ ລອດເຂົ້າບັນຊີລາຍຊື່ສະຖານທີ່ພັກຜ່ອນໃນລະດູໜາວ ທີ່ຈັບໃຈ

(VOVWORLD) - ໃນລະດູໜາວ, ຮ່າໂນ້ຍ ຈະມີຄວາມງາມແບບດັ່ງເດີມ, ເກົ່າແກ່ຂອງຊຸມປີ 1960, 1970. ແຂກທ່ອງທ່ຽວສາມາດມາຢາມບັນດາສະຖານທີ່ປະຫວັດສາດຄື: ວັດມ໋ຽວ, ຫຼັງຈາກນັ້ນແມ່ນກິນຖ້ວຍເຝີທີ່ຮ້ອນໆ, ແຊບໆ ໃນບັນຍາກາດ ໜາວຈັດຂອງລະດູໜາວ.
ຮ່າໂນ້ຍ ລອດເຂົ້າບັນຊີລາຍຊື່ສະຖານທີ່ພັກຜ່ອນໃນລະດູໜາວ ທີ່ຈັບໃຈ - ảnh 1ໜອງໂຮ່ເກືອມ ຢູ່ ຮ່າໂນ້ຍ
(ພາບ:Thành Đạt)

ບັນຊີລາຍຊື່ສະຖານທີ່ພັກຜ່ອນທີ່ຈັບໃຈໃນລະດູໜາວຂອງ US News & World Report ຫາກໍ່ປະກາດບັນຊີລາຍຊື່ 21 ສະຖານທີ່ພັັກຜ່ອນທີ່ຈັບໃຈໃນໂລກ, ໃນນັ້ນ ນະຄອນຫຼວງ ຮ່າໂນ້ຍ ຍື່ນອັນດັບທີ 6. US News & World Report ໄດ້ແນະນຳນະຄອນຫຼວງ ຮ່າໂນ້ຍ ຂອງ ຫວຽດນາມ ວ່າ ມີອາກາດດີໃນລະດູໜາວ; ອາກາດໜາວ, ຝົນໜ້ອຍ ແລະ ອາກາດແຫ້ງ. ໃນລະດູໜາວ, ຮ່າໂນ້ຍ ຈະມີຄວາມງາມແບບດັ່ງເດີມ, ເກົ່າແກ່ຂອງຊຸມປີ 1960, 1970. ແຂກທ່ອງທ່ຽວສາມາດມາຢາມບັນດາສະຖານທີ່ປະຫວັດສາດຄື: ວັດມ໋ຽວ, ຫຼັງຈາກນັ້ນແມ່ນກິນຖ້ວຍເຝີທີ່ຮ້ອນໆ, ແຊບໆ ໃນບັນຍາກາດ ໜາວຈັດຂອງລະດູໜາວ. ລາຍການທ່ອງທ່ຽວຮ່າໂນ້ຍ ໃນລະດູໜາວ, ລະດູບານໃໝ່ ກໍ່ແມ່ນໂອກາດໃຫ້ແຂກທ່ອງທ່ຽວ ໄດ້ເຂົ້າຮ່ວມບັນດາງານບຸນມູນເຊື້ອຂອງ ຫວຽດນາມ ຄື: ບຸນປີໃໝ່ປະຈຳຊາດ, ງານບຸນວັດເຮືອງ...

ບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວຈັບໃຈໃນລະດູໜາວຂອງ US News & World Report ໄດ້ສະຫລຸບໂດຍອີງໃສ່ການໄຈ້ແຍກ ຂອງບັນດານັກຊ່ຽວຊານທ່ອງທ່ຽວ ແລະ ການຕີລາຄາຂອງຜູ້້ອ່ານ. Report ແມ່ນບໍລິສັດສື່ສານ ໄດ້ຜະລິດຂ່າວ, ໃຫ້ຄຳປຶກສາການບໍລິໂພກ, ຈັດອັນດັບຕາຕະລາງ ແລະ ໄຈ້ແຍກ. ບໍລິສັດນີ້ໄດ້ສ້າງຕັ້ງຂຶ້ນຄືການເຄື່ອນໄຫວຂອງວາລະສານເມື່ອປີ 1933.

ຕອບກັບ

ຂ່າວ/ບົດ​ອື່ນ